ATF ປະກອບສ່ວນຍົກສູງຖານະບົດບາດ ແລະ ພາບພົດຂອງຂະແໜງທ່ອງທ່ຽວ ຫວຽດນາມ

(VOVWORLD) -ເວທີປາໄສການທ່ອງທ່ຽວ ອາຊຽນ ປີ 2019 (ATF 2019) ດ້ວຍຫົວຂໍ້ວ່າ “ອາຊຽນ - ກໍາລັງແຮງຂອງຄວາມເປັນເອກະພາບ” ຈະໄດ້ຈັດຂຶ້ນຢູ່ ຮ້າລອງ, ແຂວງກວາງນິງ ຂອງຫວຽດນາມ ໃນລະຫວ່າງ ວັນທີ 14 – 18 ມັງກອນ 2019. 

ATF ປະກອບສ່ວນຍົກສູງຖານະບົດບາດ ແລະ ພາບພົດຂອງຂະແໜງທ່ອງທ່ຽວ ຫວຽດນາມ - ảnh 1 ອ່າວຮ້າລອງ

(ພາບ: TTXVN)

ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມເປັນປະເທດເຈົ້າພາບຈັດຕັ້ງ ເວທີປາໄສການທ່ອງທ່ຽວ ອາຊຽນ, ຄັ້ງທໍາອິດແມ່ນໃນປີ 2009, ໄດ້ປະກອບສ່ວນນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ, ເປັນກາລະໂອກາດ ເພື່ອສົ່ງເສີມການໂຄສະນາຄວາມສວຍງາມຂອງປະເທດຊາດ, ວັດທະນະທໍາ, ຊາວຫວຽດນາມ ແລະ ປະຫວັດສາດຂອງຫວຽດນາມ ເຖິງເພື່ອນມິດສາກົນ.

        ຕາມກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽນາມ) ແລ້ວ, ຫວຽດນາມ - ປະເທດເຈົ້າພາບຈັດຕັ້ງ ATF 2019 ໄດ້ສະເໜີ ຫົວຂໍ້ “ອາຊຽນ - ກໍາລັງແຮງຂອງຄວາມເປັນເອກະພາບ” ແລະ ໄດ້ຮັບການເຫັນດີເຫັນພ້ອມຈາກບັນດາປະເທດ ອາຊຽນ. ນີ້ແມ່ນຫັນການກໍານົດທິດລວມ ຂອງບັນດາປະເທດໃນການຮ່ວມມືອາຊຽນ ເປັນລະອຽດເວົ້າລວມ ເພື່ອມຸ່ງໄປເຖິງພາກພື້ນ ອາຊຽນ “ວິໄສທັດໜຶ່ງດຽວ, ສີສັນໜຶ່ງດຽວ, ສະມາຄົມໜຶ່ງດຽວ”. ຫົວຂໍ້ດັ່ງກ່າວ ໄດ້ປະກອບສ່ວນສະແດງໃຫ້ເຫັນຄວາມໝາຍຂອງກໍາລັງແຮງ, ຄວາມງາມລວມຂອງ 10 ປະເທດອາຊຽນ ເມື່ອມີການຮ່ວມມື, ຮ່ວມສໍາພັນ ກໍຄື ຄວາມງາມສະເພາະຂອງປະເທດໃຜລາວໃນປະຊາຄົມ ອາຊຽນ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບ ຍືນຍົງ, ວັດທະນາຖາວອນ ແລະ ທົ່ວເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ