AUKUS ຈະ​ແມ່ນ​ສິ່ງເພີ່ມ​ເຕີມ ແລະ ຊຸກ​ຍູ້​ການ​ພົວ​ພັນກັບ ອາ​ຊຽ​ນ

(VOVWORLD) -ທ່ານນາງລັດຖະມົນຕີ Marise Payne ກໍ່ໄດ້ຢັ້ງຢືນວ່າ AUKUS ແມ່ນກົນໄກປະກອບສ່ວນເຂົ້າໃນການກຳນົດຮູບແບບນະໂຍບາຍການຕ່າງປະເທດ ຂອງ ອົດສະຕາລີ ສຳລັບພາກພື້ນ ຍ້ອນວ່າ AUKUS ຈະເພີ່ມເຕີມໃຫ້ແກ່ເຄືອຂ່າຍພົວພັນຄູ່ຮ່ວມມື ລະຫວ່າງ ອົດສະຕາລີ ກັບບັນດາປະເທດອາຊຽນ, ປາຊີຟິກ ແລະ ບັນດາຄູ່ຮ່ວມມືຢູ່ ເອີລົບ ແລະ ກຸ່ມ 4 ປະເທດ. 

ວັນທີ 18 ຕຸລາ, ກ່າວຄຳເຫັນທີ່ສະພາສູງ ອົດສະຕາລີ, ທ່ານນາງ ລັດຖະມົນຕີການຕ່າງປະເທດ Marise Payne ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ການກຳເນີດຂອງກົນໄກປ້ອງກັນຄວາມສະຫງົບ ໃໝ່ AUKUS ຫາກໍ່ນຳການຮ່ວມມືລະຫວ່າງ ອົດສະຕາລີ, ອັງກິດ ແລະ ອາເມລິກາ ຂຶ້ນສູ່ລະດັບສູງໃໝ່, ທັງຮັບປະກັນການຮັກສາຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ. ໄປຄຽງຄູ່ກັນນັ້ນ, ທ່ານນາງລັດຖະມົນຕີ Marise Payne ກໍ່ໄດ້ຢັ້ງຢືນວ່າ AUKUS ແມ່ນກົນໄກປະກອບສ່ວນເຂົ້າໃນການກຳນົດຮູບແບບນະໂຍບາຍການຕ່າງປະເທດ ຂອງ ອົດສະຕາລີ ສຳລັບພາກພື້ນ ຍ້ອນວ່າ AUKUS ຈະເພີ່ມເຕີມໃຫ້ແກ່ເຄືອຂ່າຍພົວພັນຄູ່ຮ່ວມມື ລະຫວ່າງ ອົດສະຕາລີ ກັບບັນດາປະເທດອາຊຽນ, ປາຊີຟິກ ແລະ ບັນດາຄູ່ຮ່ວມມືຢູ່ ເອີລົບ ແລະ ກຸ່ມ 4 ປະເທດ. ອົດສະຕາລີ, ອັງກິດ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ການພົວພັນກັບ ອາຊຽນ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືກັບບັນດາຄູ່ຮ່ວມມືຢູ່ ເອີລົບ ເຊິ່ງເຊິ່ງກ່ວາອີກ ໃນນັ້ນ ມີບັ້ນຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ສະຫະພາບເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ