AUຮຽກຮ້ອງເຄົາລົບຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ

(VOVWORLD) -ວັນທີ 15 ເມສາ,  ບັນດາການນຳຂອງ ສະຫະພັນ ອາຣັບ ໄດ້ກ່າວປະນາມເລື່ອງນຳໃຊ້ອາວຸດເຄມີຢູ່ ຊີຣີ ພ້ອມທັງຮຽກຮ້ອງເປີດການສືບສວນສອບສວນສາກົນ.
AUຮຽກຮ້ອງເຄົາລົບຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ - ảnh 1

ທ່ານປະທານ AUC Moussa Faki Mahamat

(ພາບ: AFP/TTXVN)

ວັນທີ 15 ເມສາ, ຄະນະກຳມະການສະຫະພາບອາຟຼິກາ (AUC) ໄດ້ຮຽກຮ້ອງບັນດາປະເທດມະຫາອຳນາດໂລກ ຈົ່ງປະຕິບັດບັນດາຄວາມມານະພະຍາຍາມສາກົນ ເພື່ອແກ້ໄຂສົງຄາມກາງເມືອງ ແລະ ຕ້ອງອີງໃສ່ຜົນປະໂຫຍດຂອງປະຊາຊົນຊີຣີ. ອາຟຼີກາ ມີຄວາມປາດຖະຫນາວ່າ ບັນດາປະເທດສະມາຊິກຂອງ ສະພາຄວາມໝັ້ນຄົງ ສປຊ ພິເສດແມ່ນບັນດາກຳມະການປະຈຳ ຄວນໄວ້ບັນດາຄວາມບໍ່ລົງລອຍກັນເປັນສ່ວນໜຶ່ງຕ່າງຫາກ ແລະປະຕິບັດວິວັດການເພື່ອສັນຕິພາບ ແລະ ຜົນປະໂຫຍດລວມຂອງມວນມະນຸດ, ສອດຄ່ອງກັບກົດບັດ ສປຊ ຢ່າງບໍ່ຢຸດຢັ້ງ.

ໃນຂະນະນັ້ນ ລັດຖະມົນຕີການຕ່າງປະເທດ ຊາອຸດີ ອາຣັບບີ ທ່ານ Adel al Jubeir ໃຫ້ຮູ້ວ່າ ວັນທີ 15 ເມສາ,  ບັນດາການນຳຂອງ ສະຫະພັນ ອາຣັບ ໄດ້ກ່າວປະນາມເລື່ອງນຳໃຊ້ອາວຸດເຄມີຢູ່ ຊີຣີ ພ້ອມທັງຮຽກຮ້ອງເປີດການສືບສວນສອບສວນສາກົນ. ທ່ານ Adel al Jubeir ຍົກອອກຄຳກ່າວປາໄສດັ່ງກ່າວທີ່ການປະຊຸມຂ່າວພາຍຫລັງກອງປະຊຸມສຸດຍອດ ສະຫະພັນ ອາຣັບ ຄັ້ງທີ 29 ຢູ່ ອາຣັບບີ ຊາອຸດີ ສິ້ນສຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ