AUເຊັນກົດບັດກ່ຽວກັບຄວາມໝັ້ນຄົງທາງທະເລ

AUເຊັນກົດບັດກ່ຽວກັບຄວາມໝັ້ນຄົງທາງທະເລ - ảnh 1
ກອງ​ປະ​ຊຸມ​ໃນ​ວັນ​ທີ 15/10 ຂອງ AU
(ພາບ: ສຳ​ນັກ​ຂ່າວ​ສານ ຊິນ​ຮ​ວາ)

(vovworld) – ວັນ​ທີ 15/10, ບັນ​ດາ​ການ​ນຳ​ ອາບ​ຟ​ຣີ​ກາ ໄດ້​ເຊັນ​ກົດ​ບັດ​ສະບັບ​ໜຶ່ງ​ທີ່​ມີ​ລັກ​ສະ​ນະ​ບາດ​ລ້ຽວ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຂອງ​ທະ​ວີບ. ເອ​ກະ​ສານ​ສະບັບ​ນີ້​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ອາດ​ຊະ​ຍາ​​ກຳ​ແຫ່ງ​ຊາດ ແລະ ຂ້າມ​ຊາດ, ໃນ​ນັ້ນ​ມີ​ລັດ​ທິກໍ່​ການ​ຮ້າຍ, ພວກໂຈນ​ສະ​ລັດ, ​ປຸ້ນ​ຈີ້​ປະ​ກອບ​ອາ​ວຸດ, ການ​ຄ້າ​ຢາ​ເສບ​ຕິດ, ການ​ຄ້າ​ມະ​ນຸດ ແລະ ຫາປາ​​ຜິດ​ກົດ​ໝາຍ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານນາງ Nkosazana Dlamina – Zuma, ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ສະ​ຫະ​ພາບ ອາບ​ຟ​ຣີ​ກ​າ (AU) ຖື​ວ່າ: ກົດ​ບັດ​ “ຍັງ​ມີການສິ່ງ​ຂາດ​ເຂີນ”. ຕາມ​ທ່ານ​ນາງແລ​້ວ, ​ເອ​ກະ​ສານນີ້​ສຸມ​ໃສ່​ເຂົ້າ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອ​ດ​ໄພ​ໃນ​ການ​ເດີນ​ເຮືອ, ບໍ່​ເວົ້າ​ຫຍັງ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ທະ​ເລ. ທ່ານ​ນາ​ງ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສືບ​ຕໍ່​ສະ​ເໜີ ແລະ ຊ່ວຍ AU ຮຽບ​ຮຽງ​​ເອ​ກະ​ສານ​ຊ້ອນ​ທ້າຍ​ໃຫ້​ແກ່​ກົດ​ບັດ​ໃນ​ອະ​ນາ​ຄົດ​ກ່ຽວ​ກັບ​ຂົງ​ເຂດ​ຂຸດ​ຄົ້ນ​ທະ​ເລ.


ຂ່າວ/ບົດ​ອື່ນ