Banking Vietnam 2015 ກາຍເປັນເວທີປາໄສວິທະຍາສາດ, ເຕັກໂນໂລຊີທະນາຄານ

Banking Vietnam 2015 ກາຍເປັນເວທີປາໄສວິທະຍາສາດ, ເຕັກໂນໂລຊີທະນາຄານ - ảnh 1
​ທ່ານ ຫງວຽນຕ່ວານ​ທັ໋ງ, ຮອງ​ຜູ້​ວ່າການ​ທະນາ​ຄານ​ແຫ່ງ​ລັດ​ຫວຽດນາມ
ກ່າວຄຳເຫັນທີ່ Banking Vietnam 2015
(ພາບ: ATP)


​(vovworld) – ​ເຫດການ​ເຕັກ​ໂນ​ໂລ​ຊີ​ທະນາຄານ (Banking Vietnam 2015) ດ້ວຍ​ຫົວ​ຂໍ້​ວ່າ “ມາດ​ຕະການ​ແກ້​ໄຂ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ​ການ​ພັດທະນາ​ການ​ບໍລິການ​ທະນາຄານ​ຫວຽດນາມ ບົນ​ພື້ນຖາ​ນ​​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ”, ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 19/05, ຢູ່​ຮ່າ​ໂນ້ຍ ​ໂດຍ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ສົມທົບ​ກັບ​ກຸ່ມ​ບໍລິສັດ​ຂໍ້​ມູນ​ສາກົນ (IDG) ຈັດ​ຕັ້ງ. ຕາມ​ທ່ານ ຫງວຽນຕ່ວານ​ທັ໋ງ, ຮອງ​ຜູ້​ວ່າການ​ທະນາ​ຄານ​ແຫ່ງ​ລັດ​ຫວຽດນາມ ​ແລ້ວ, ​ແຕ່​ປີ 2015 ​ເປັນ​ຕົ້ນ​ໄປ​, Banking Vietnam ຈະ​ກາຍ​ເປັນ​ເວທີ​ປາ​ໄສວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ທະນາຄານ. ທ່ານ ຫງວຽນຕ່ວານ​ທັ໋ງ ​ໃຫ້​ຮູ້​ວ່າ.

      “​ປະຈຸ​ບັນ, ເຄືອ​ຂ່າຍ​ທະນາຄານ​ຫວຽດນາມ ຫາ​ກໍ່​ສຸມ​ໃສ່​ການ​ບໍລິການ​ຢູ່​ເຂດ​ຕົວ​ເມືອງ, ບໍ່​ທັນ​ຂຸດ​ຄົ້ນຄວາມ​ສາມາດ​ບົມຊ້ອນ​ຕະຫຼາດ​ເຂດ​ຊົນນະບົດທີ່​ກວມ​ເອົາ 70% ຈຳນວນ​ພົນລະ​ເມືອງ​​ໃຫ້ໝົດ​ເທື່ອ. ດ້ານ​ອື່ນ, ບັນດາ​ທະນາຄານ​ຫວຽດນາມ ຍັງ​ບໍ່​ທັນ​ຂຸດ​ຄົ້ນ​​ການ​ບໍລິການ​ທະນາຄານ​ຂ້າມ​ຊາຍ​ແດນຢ່າງ​ແຮງ ​ໃນ​ຂະນະ​ທີ່​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ສຶກສາ… ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ມີ​ທ່າ​ອ່ຽງ​ເຊື່ອມ​ຕໍ່​ກັບ​ສາກົນຢ່າງ​ແຮງ. ສະ​ນັ້ນ, Banking Vietnam 2015 ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ການ​ພັດທະນາ​ການ​ບໍລິການ​ມີ​ລັກສະນະ​ກ້າວ​ກະ​ໂດດ​ຂັ້ນ, ປະ​ກອບ​ສ່ວນ​ຍົກ​ສູງ ​ແລະ ຮັກສາ​ລະດັບ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ”.

ຂ່າວ/ບົດ​ອື່ນ