Biendong POC ຮັບສະຖິຕິຫວຽດນາມ

(VOVWORLD) -ນັບແຕ່ເດືອນ ກໍລະກົດ 2018, ໃນເວລາ 6 ໂມງ 30 ນາທີ ຂອງວັນຈັນຕົ້ນອາທິດທຳອິດຂອງເດືອນ, Biendong POC ໄດ້ຈັດພິທີເຄົາລົບທຸງຊາດເປັນປະຈຳ.

Biendong POC ຮັບສະຖິຕິຫວຽດນາມ - ảnh 1 ບໍລິສັດບໍລິຫານນ້ຳມັນອາຍແກັດ ບຽນດົງ (Biendong POC) ໄດ້ຮັບສະຖິຕິຫວຽດນາມ

(ພາບ: petrovietnam.petrotimes.vn)

ວັນທີ 20 ທັນວາ, ບໍລິສັດບໍລິຫານນ້ຳມັນອາຍແກັດ ບຽນດົງ (Biendong POC) ໄດ້ຮັບສະຖິຕິຫວຽດນາມ ເຊິ່ງເປັນ: ຫົວໜ່ວຍຈັດພິທີເຄົາລົບທຸງຊາດຢູ່ກຸ່ມຮ້ານຂຸດຄົ້ນນ້ຳມັນ ຫາຍແທັກ - ມົກຕິງ ຢູ່ເຂດໄກຝັ່ງທີ່ສຸດຢູ່ທະເລຕາເວັນອອກ. ນັບແຕ່ເດືອນ ກໍລະກົດ 2018, ໃນເວລາ 6 ໂມງ 30 ນາທີ ຂອງວັນຈັນຕົ້ນອາທິດທຳອິດຂອງເດືອນ, Biendong POC ໄດ້ຈັດພິທີເຄົາລົບທຸງຊາດເປັນປະຈຳ. ນີ້ແມ່ນບັນດາພິທີເຄົາລົບທຸງຊາດພິເສດທີ່ສຸດຂອງຫວຽດນາມ. ຫາຍແທັກ - ມົກຕິງ ຫ່າງຈາກ ວູງເຕົ່າ ໄປທາງທິດຕາເວັນອອກສ່ຽງໃຕ້ 320 ກມ, ແມ່ນກຸ່ມບໍນ້ຳມັນອາຍແກັດຢູ່ເຂດນ້ຳເລິກ, ໄກ່ຝັ່ງທີ່ສຸດຂອງກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ (PVN).

ຕອບກັບ

ຂ່າວ/ບົດ​ອື່ນ