Bloomberg: ກອງປະ​ຊຸມ​ສຸດຍອດ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ຈະ​ໄດ້​ເລື່ອນ​ໄປໃສ່​ເດືອນ ເມ​ສາ

(VOVWORLD) - ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເນັ້ນໜັກວ່າ ບໍ່ວ່າຂໍ້ຕົກລົງສະບັບໃດລ້ວນແຕ່ຕ້ອງມີມາດຕາ ປົກປ້ອງຊັບສິນທາງປັນຍາ.


Bloomberg: ກອງປະ​ຊຸມ​ສຸດຍອດ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ຈະ​ໄດ້​ເລື່ອນ​ໄປໃສ່​ເດືອນ ເມ​ສາ - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ  ສີຈິ້ນຜິງ ປະທານປະເທດ ຈີນ (ພາບ: TTXVN) 

ວັນທີ 14 ມີນາ, ສຳນັກຂ່າວ Bloomberg ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດ ລະຫວ່າງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ  ສີຈິ້ນຜິງ ປະທານປະເທດ ຈີນ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂສົງຄາມການຄ້າໃນປັດຈຸບັນຈະໄດ້ເລື່ອນໄປຈັດຕັ້ງໃສ່ເດືອນ ເມສາ. Bloomberg ໄດ້ຄັດສະເໜີແຫຼ່ງຂ່າວທີ່ບໍ່ເຜີຍຊື່ໂດຍໃຫ້ຮູ້ວ່າ: ບັນດານັກເຈລະຈາຂອງສອງຝ່າຍພວມມານະພະຍາຍາມປຶກສາຫາລືຂໍ້ຕົກລົງເພື່ອແນໃສ່ແກ້ໄຂການຂັດແຍ້ງກັນດ້ານການຄ້າລະຫວ່າງສອງປະເທດ.

ຕົ້ນເດືອນນີ້, ໜັງສືພິມ The Wall Street Journal ໃຫ້ຮູ້ວ່າ: ທ່ານ D.Trump  ແລະ ທ່ານ ສີຈິ້ນຜິງ ອາດຈະພົບປະກັນເພື່ອລົງນາມໃນຂໍ້ຕົກລົງການຄ້າຢ່າງເປັນທາງການ ໃນວັນທີ 27 ມີນາ, ອາດຈະຢູ່ເຂດພັກຜ່ອນບຳລຸງສຸຂະພາບ Mar-a-Lago ຂອງທ່ານ D.Trump ຢູ່ລັດ Florida. ເຖິງຢ່າງໃດກໍ່ຕາມວັນທີ 13 ມີນາ, ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານ “ບໍ່ຟ້າວ” ລົງນາມໃນຂໍ້ຕົກລົງໃດໜຶ່ງ ກັບຈີນ, ພ້ອມທັງເນັ້ນໜັກວ່າ ບໍ່ວ່າຂໍ້ຕົກລົງສະບັບໃດລ້ວນແຕ່ຕ້ອງມີມາດຕາ ປົກປ້ອງຊັບສິນທາງປັນຍາ - ເຊິ່ງແມ່ນຈຸດບໍ່ລົງລອຍກັນຕົ້ນຕໍລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ