Bloomberg: ວົງການລົງທຶນຕ່າງ ປະເທດມີຄວາມປະເອີບໃຈຕໍ່ ສະພາບເສດຖະກິດ ຫວຽດນາມ

Bloomberg: ວົງການລົງທຶນຕ່າງ ປະເທດມີຄວາມປະເອີບໃຈຕໍ່ ສະພາບເສດຖະກິດ ຫວຽດນາມ - ảnh 1
ຕະຫຼາດຫຼັກຊັບແຫ່ງໜຶ່ງ
(ພາບ: Hoàng Hải/TTXVN)

(vovworld) - ຕາມ​ສຳນັກ​ຂ່າວສານ Bloomberg ​ແລ້ວ, ​ເງິນ​ຕ່າງປະ​ເທດ​ທີ່​ລົງທຶນ​ເຂົ້າ​ຫຼັກ​ຊັບ ຫວຽດນາມ ພວມ​ຢູ່​ໃນ​ລະດັບ​ສູງ​ສຸດ​ໃນ 5 ປີ​ມໍ່ໆ​ມານີ້, ​​ຫ້ອງການ​ການ​ຄ້າ​ອຸດສາຫະກຳ ​ເອີ​ລົບ (Eurocham) ຢູ່ ຫວຽດນາມ​ ​ກໍ່ໃຫ້​ຮູ້ວ່າ: ວົງ​ການ​ນັກ​ລົງທຶນ​ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່ສະພາບ​ການ​ເສດຖະກິດຂອງ ຫວຽດນາມ. ຕາມ​ຕົວ​ເລ​ກ​ທີ່ Bloomberg ​ໄດ້ປະກາດ​ເມື່ອ​ວັນ​ທີ 30/5, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ລົງທຶນ 253 ລ້ານ USD ​ເຂົ້າ​​ໃບ​ຫຸ້ນ​ຂອງ ຫວຽດນາມ, ນີ້​ແມ່ນລະດັບ​ສູງ​ສຸດ​ນັບ​ແຕ່​ປີ 2008 ມາ​ຮອດ​ປະຈຸ​ບັນ. ຕາມ Bloomberg ​ແລ້ວ, ນີ້​ແມ່ນ​ສັນ​ຍານສະ​ແດງ​ໃຫ້​ເຫັນ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຂ​ອງວົງ​ການ​ນັກ​ລົງທຶນ​ໂດຍ​ຖື​ວ່າ: ກຳ​ໄລ​ຂອງ​ວິ​ສາ​ຫະກິດຈະ​ເພີ່ມ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2010 ​ມາ​ຮອດ​ປະຈຸ​ບັນໃນ​ສະພາບໄພ​ເງິນ​ເຟີ້ ​ແລະ  ຄ່າ​ກູ້​ຢືມ​ທຶນຫລຸດ​ລົງ ​ແລະ ກໍ່ຕາມ Bloomberg ​ແລ້ວ, ມີ​ນັກ​ລົງທຶນ​ຫຼາຍ​ຄົນ ​ໄດ້​​ເປີດ​ບັນຊີ​ໃນ 4 ​ເດືອນ​ຕົ້ນ​ປີ 2013, ​ແມ່ນ​ຫຼາຍ​ກ່ວາທັງປີ 2012. ​ນັບແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ,  VN – Index ​ໄດ້​ເພີ່ມ​ຂຶ້ນ 25% ​ແລະ ​ແມ່ນ​ດັດ​ຊະນີ​ຫຼັກ​ຊັບ​ເພີ່ມ​ຂຶ້ນ​ດີ​ທີ່​ສຸດ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນອກຈາກ​ນັ້ນ​​ແລ້ວ,  Bloomberg ກໍ່ຖື​ວ່າ: ລັດຖະບານ ຫວຽດນາມ ​ໄດ້ອະນຸມັດ​​ໃຫ້ສ້າງ​ຕັ້ງ​ບໍລິສັດ​ຄຸ້ມຄອງ​ຊັບ​ສົມບັດ ຫວຽດນາມ ​ເພື່ອ​ຫລຸດຜ່ອນ​ໜີ້​ເສຍ​ຂອງ​ລະບົບ​ທະນາຄານ ສິ່ງ​ດັ່ງກ່າວ​ກໍ່​ມີ​ກະທົບ​ຢ່າງ​ຕັ້ງໜ້າ​​ເຖິງ​ຕະຫຼາດ.

 

 

ຂ່າວ/ບົດ​ອື່ນ