Brazil ດຳເນີນການເລືອກຕັ້ງປະທານາທິບໍດີຮອບທີ 2 ໃນວັນທີ 26/10

Brazil ດຳເນີນການເລືອກຕັ້ງປະທານາທິບໍດີຮອບທີ 2 ໃນວັນທີ 26/10 - ảnh 1
ທ່ານນາງປະທານາທິບໍດີ Brazil Dilma Rousseff
(ພາບ: hanoimoi.com.vn)

(vovworld)​ ​- ທ່ານນາງປະທານາທິບໍດີ Brazil Dilma Rousseff ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ວັນທີ 5/10 ແຕ່ບໍ່ບັນລຸໄດ້ ຈຳນວນບັດຄະແນນສະໜັບສະໜູນກ່ວາເຄິ່ງໜຶ່ງ. ສິ່ງດັ່ງກ່າວ, ໄດ້ເຮັດໃຫ້ບັງຄັບ Brazil ຕ້ອງດຳເນີນການປ່ອນບັດຮອບທີ 2 ເພື່ອຊອກຫາຜູ້ນຳໃຫ້ Brazil ໃນ 4 ປີ ທີ່ຈະມາເຖິງ.

        ໝາກຜົນເບື້ອງຕົ້ນຂອງສານເລືອກຕັ້ງສູງສຸດ Brazil (TSE) ປະກາດໃນຕອນເຊົ້າວັນທີ 6/10 ໃຫ້ຮູ້ວ່າ: ດ້ວຍ 93,54% ຈຳນວນບັດໄດ້ນັບແລ້ວ, ທ່ານນາງ Rousseff ໄດ້ຮັບບັດຄະແນນສະໜັບ ສະໜູນ  41,08%, ໃນຂະນະທີ່ ທ່ານສະມາຊິກສະພາສູງ Aecio Neves , ໜຶ່ງໃນ 2 ຄູ່ແຂ່ງຂັນຕົ້ນຕໍຂອງ ທ່ານນາງ Rousseff , ໄດ້ຮັບບັດຄະແນນ ສະໜັບສະໜູນ 34,20%. ເປັນອັນວ່າ ທ່ານນາງ Rousseff ແລະ ທ່ານ Aecio Neves ຈະຫາສຽງເລືອກຕັ້ງຮອບທີ 2 ໃນວັນທີ 26/10.

               

ຂ່າວ/ບົດ​ອື່ນ