Brexit ຈະບໍ່ສົ່ງຜົນສະທ້ອນເຖິງສັນຍາການຄ້າເສລີ ຫວຽດນາມ - ອີຢູ

Brexit ຈະບໍ່ສົ່ງຜົນສະທ້ອນເຖິງສັນຍາການຄ້າເສລີ ຫວຽດນາມ - ອີຢູ - ảnh 1
ການ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 3/4

(vovworld) - ວັນ​ທີ 3/4, ທ່ານ Bruno Angelet, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​​ຜູ້​ຕາງ​ໜ້າສະ​ຫະ​ພາບ ເອີ​ລົບ (ອີ​ຢູ​) ປະ​ຈຳ ຫວຽດ​ນາມ ​ໄດ້ເປັນ​ປະ​ທານ​ການ​ພົບ​ປະ​ກັບ​ສື່ມວນ​ຊົນ​ເນື່ອງ​ໃນ​ໂອ​ກາດ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ແລະ ​ປະ​ກາດ​ປຶ້ມ​ປົກ​ຂາວ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ ເອີ​ລົບ. ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ Bruno Angelet ໃຫ້​ຮູ້​ວ່າ: ບັນ​ດາ​ສິ່​ງ​ທ້າ​ທາຍ​ບໍ່​ເຄີຍ​ມີ​ມາ​ກ່ອນ​ສ​ຳ​ລັບ ອີ​ຢູ ​ໄດ້​ປະ​ກົດ​ຂຶ້ນ​ໃນ​ປະ​ຈຸ​ບັນ​ໃນ​ຂອບ​ເຂດ​ທົ່ວ​ໂລກ ແລະ ພາຍ​ໃນ​ກຸ່ມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ສະ​ມາ​ຊິກ ອີ​ຢູ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ສຳ​ພັນ​ທະ​ມິດໃຫ້​ເຂັ້ມ​ແຂງ ແລະ ຍືນ​ຍົງ​ກ່​ວາ ຜ່ານ​ຄວາມ​ເປັນ​ເອ​ກະ​ພາບ, ​ຄວາມສາ​ມັກ​ຄີ ແລະ ເຄົາ​ລົບຫຼັກ​ການ​ລວມ. ກໍ່​ທີ່​ກາ​ນ​ປະ​ຊຸມ​ຂ່າວ, ທ່ານ Bruno Angelet ໄດ້​ເນັ້ນ​ໜັກ​ວ່າ Brexit ບໍ່​​ສົ່ງຜົນ​ສະ​ທ້ອນ​ເຖິງວິ​ວັດ​ການ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ​ອົງ​ການນີ້ ແລະ ຫວຽດ​ນາມ ຢ່າງ​ສີ້ນ​ເຊິ່ງ. ທ່ານ Bruno Angelet ໃຫ້​ຮູ້​ວ່າ FTA ລະ​ຫວ່າງ ອີ​ຢູ ແລະ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສຳ​ເລັດ ແລະ ພວມ​ຢູ່​ໃນ​ວິ​ວັດ​ການກວດ​ກາ​ດ້ານ​ນິ​ຕິ​ກຳ; ພ​້ອມ​ທັງ​ຫວັງ​ວ່າ​ການ​ລົງ​ນາມ​ຈະ​ໄດ້​ດ​ຳ​ເນີນ​ໃນ​ທ້າຍ​ປີນີ້ ແລະ ສັນ​ຍານີ້​ອາດ​ຈະ​ມີ​ຜົນ​ສັກ​ສິດ​ໃນ​ປີ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ