“Brexit” ບໍ່ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ

“Brexit” ບໍ່ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ - ảnh 1
ທີ່​ການ​ຕ້ອນ​ຮັບທ່ານ Lord Price, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​
ຮັບ​ຜິດ​ຊອບ​ນະ​ໂຍ​ບາຍດ້ານ​ການ​ຄ້າ ກະ​ຊວງການ​ຄ້າ​ຕ່າງ​ປະ​ເທດ​ອັງ​ກິດ
(ພາບ: TTXVN)

(vovworld) – “ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ນະ​ຄອນ ໂຮ່​ຈີມີນ ເວົ້າ​ສະ​ເພາະ, ຫວຽດ​ນາມ ເວົ້າ​ລວມ​ຈະບໍ່​ສົ່ງ​ຜົນ​ສາະທ້ອນ, ເຖິງວ່າລາ​ຊະ​ອາ​ນາ​ຈັກ​ອັງ​ກິດພົ້ນ​ຈາກ​ອີ​ຢູ”, ກໍ່​ຕາມນັ້ນ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ ຂອງ ທ່ານ Lord Price, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍດ້ານ​ການ​ຄ້າ ກະ​ຊວງການ​ຄ້າ​ຕ່າງ​ປະ​ເທດລາ​ຊະ​ອາ​ນາ​ຈັກ​ອັງ​ກິດ, ທີ່​ການ​ພົບ​ປະ​ກັບ ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ​ໂຮ່​ຈີ​ມີນ, ໃນ​ຕອນ​ບ່າຍ​ວັນ​ທີ 18/10. ທີ່​ການ​ຕ້ອນ​ຮັບ, ທ່ານ ຫງວຽນ​ແທ່ງ​ຟອງ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມ​ຢາມ​ແມ່ນຈະ​ຂິດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ລະ​ຫວ່າງ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ນະ​ຄອນ ໂຮ່​ຈີ​ມີນ ເວົ້າ​ສະ​ເພາະ. ທ່ານ ຫງວຽນ​ແທ່ງ​ຟອງ ​ສະ​ແດງຄວາມປາດ​ຖະ​ໜາ​ຢາກ​ສືບ​ຕໍ່ໄດ້​ຮັບ​ການ​ໝູນ​ຊ່ວຍ, ຊ່ວຍ​ເຫຼືອ ຂອງ​ອັງ​ກິດ​ສຳ​ລັບ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ນະ​ຄອນ​ໃນ​ອາ​ນາ​ຄົດ, ພິ​ເສດແມ່ນ​​ໃນຂົງ​ເຂດ​ກໍ່ສ້າງພື້ນ​ຖານ​ໂຄງ​ລ່າງ ແລະ ພັດ​ທະ​ນາ​ຕົວ​ເມືອງສະຫຼາດ. ສ່ວນ ທ່ານ Lord Price ກໍ່ຢືນ​ຢັນ​ວ່າ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ປັບ​ປຸງ ແລະ ພັດ​ທະ​ນາການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ, ພິ​ເສດ​ແມ່ນ​ນະ​ຄອນ​ໂຮ່​ຈີ​ມີນ, ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ​ສອງ​ຝ່າຍ ແລະ ຮ່ວມ​ມື​ລົງ​ທຶນ, ໃນ​ນັ້ນ​ມີຮູບ​ການ​ຄູ່​ຮ່ວມ​ມື​ພາກ​ລັດ​ແລະ​ເອ​ກະ​ຊົນ (PPP), ນັບ​ທັງ​​ພາຍຫຼັງ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ໄດ້ພົ້ນ​ອອກ​ຈາກ​ອີ​ຢູ.

ຂ່າວ/ບົດ​ອື່ນ