Brexitບໍ່ແມ່ນຄວາມສ່ຽງໃຫຍ່ສຸດສຳລັບຄວາມສະຖຽນລະພາບດ້ານການເງິນຂອງອັງກິດ

Brexitບໍ່ແມ່ນຄວາມສ່ຽງໃຫຍ່ສຸດສຳລັບຄວາມສະຖຽນລະພາບດ້ານການເງິນຂອງອັງກິດ - ảnh 1
ທ່ານ Mark Carney ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ​ອັງ​ກິດ 
ພາບ:Getty Images

(vovworld)- ວັນ​ທີ 11/1 ກ່າວ​ຄຳ​ເຫັນ​ຕໍ່ ກຳ​ມາ​ທິ​ການ​ການ​ເງິນ​ສະ​ພາ​ຕ່ຳ​ອັງ​ກິດ, ທ່ານ Mark Carney ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ​ອັງ​ກິດ ໄດ້​ຢືນ​ຢັນ​ວ່າ​ : Brexitບໍ່​ແມ່ນ​ຄວາມ​ສ່ຽງ​ໃຫຍ່​ສຸດ​ສຳ​ລັບ​ຄວາມ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເງິນ​ຂອງ​ອັງ​ກິດ. ຕາມ​ທ່ານ Carney ແລ້ວ, ບັນ​ດາ​ການ​ນາບ​ຂູ່ ຈາກ Brexit ໄດ້​ຫລຸດ​ຜ່ອນ​ສ່ວນ​ຫນຶ່ງ ຍ້ອນ​ມີ​ບັນ​ດາ​ມາດ​ຕະ​ການ ຊື່ງ​ທະ​ນາ​ຄານ​ສູນ​ກາງ​ອັງ​ກິດ ໄດ້​ນຳ​ໃຊ້​ໃນ​ໄລ​ຍະ​ຜ່ານ​ມາ ເພື່ອ​ຫລຸດ​ຜ່ອນ​ບັນ​ດາ​ການ​ກະ​ທົບ​ໄຮ້​ປະ​ໂຫຍດ​ເຖິງ​ຕະ​ຫລາດ ພາ​ຍ​ຫລັງ ຊາວ​ອັງ​ກິດ ປ່ອນ​ບັດ​ຖອນ​ອອກ​ຈາກ EU. ທ່ານ Carney ກໍ​ໃສ່​ໃຈ​ວ່າ ບັນ​ດາ​ນັກ​ວາງ​ແຜນ​ນະ​ໂຍ​ບາຍ​ຂອງ ອັງ​ກິດ ແລະ EU ຄວນ​ມີ​ຄວາ​ມ​ລະ​ມັດ​ລະ​ວັງ​ບັນ​ດາ​ການ​ກະ​ທົບ​ຂອງວິ​ວັດ​ການ​ອັງ​ກິດ ຖອນ​ອອກ​ຈາກ EU, ໃນ​ນັ້ນ ການ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເງິນ​ຂອງ EU ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ຫນັກ​ຫນ່ວງກວ່າ​ເມື່ອ​ທຽບ​ໃສ່ ອັງ​ກິດ.


ຕອບກັບ

ຂ່າວ/ບົດ​ອື່ນ