BRICS ເນັ້ນຫນັກຄວາມຈຳເປັນຕ້ອງປະຕິຮູບສະຫະປະຊາຊາດຢ່າງຮອບດ້ານ

(VOVWORLD) -ຕາມແຈ້ງການສື່ມວນຊົນຫລັງກອງປະຊຸມ, ບັນດາທ່ານລັດຖະມົນຕີ BRICS ສະແດງຄວາມຈຳເປັນຕ້ອງປະຕິຮູບ ສປຊ ຢ່າງຮອບດ້ານ, ລວມທັງ ສະພາຄວາມໝັ້ນຄົງ 
BRICS ເນັ້ນຫນັກຄວາມຈຳເປັນຕ້ອງປະຕິຮູບສະຫະປະຊາຊາດຢ່າງຮອບດ້ານ - ảnh 1ລັດຖະມົນຕີບັນດາປະເທດ BRICS ພົບປະກັນຢູ່ ນອກກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 77.ພາບ:Twitter

ວັນທີ 22 ກັນຍາ ຢູ່ ນອກວາລະປະຊຸມຂັ້ນສູງ ກອງປະຊຸມຄັ້ງທີ 77 ຂອງ ສະມັດຊາໃຫຍ່ ສປຊ ທີ່ພວມດຳເນີນ ຢູ່ ນິວຢອກ ສະຫະລັດ ອາເມລິກາ, ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າໂລກ (BRICS- ບຣາຊີນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟຼິກາໃຕ້) ໄດ້ຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ. ທີ່ກອງປະຊຸມ, ບັນດາທ່ານລັດຖະມົນຕີ ໄດ້ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາໃຫຍ່ຂອງພາກພື້ນ ແລະທົ່ວໂລກໃນໂຄງການດຳເນີນງານຂອງ ສປຊ ຄື: ດ້ານການເມືອງ,  ຄວາມໝັ້ນຄົງ, ເສດຖະກິດ, ການເງິນ ແລະ ການພັດທະນາແບບຍືນຍົງ ພ້ອມກັບການເຄື່ອນໄຫວຕ່າງໆພາຍໃນກຸ່ມ BRICS. ຕາມແຈ້ງການສື່ມວນຊົນຫລັງກອງປະຊຸມ, ບັນດາທ່ານລັດຖະມົນຕີ BRICS ສະແດງຄວາມຈຳເປັນຕ້ອງປະຕິຮູບ ສປຊ ຢ່າງຮອບດ້ານ, ລວມທັງ ສະພາຄວາມໝັ້ນຄົງ ເພື່ອໃຫ້ອົງການນີ້ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ ພ້ອມທັງເພີ່ມທະວີລັກສະນະຕາງຫນ້າລະຫວ່າງ ບັນດາພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ