BRICS​ເພີ່​ມທະວີ​ຄວາມ​ສາ​ມັກ​ຄີ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ

BRICS​ເພີ່​ມທະວີ​ຄວາມ​ສາ​ມັກ​ຄີ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ - ảnh 1
ບັນດາ​ການ​ນຳ BRICS (ພາບ: AFP/TTXVN)

(vovworld) - ​​ ​ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາກໍ່​ພົ້ນ​ເດັ່ນ​ໃນ​ແຖວ​ໜ້າ​ໂລກ (G20). ວັນ​ທີ 04/09 ບັນດາ​ການ​ນຳ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດທີ່​ຫາ​ກໍ່​ພົ້ນ​ເດັ່ນ​ໃນ​ແຖວ​ໜ້າ​ໂລກ (BRICS - ລວມມີ ບຣາຊິນ, ລັດ​ເຊຍ, ອິນ​ເດຍ, ຈີນ ​ແລະ ອາ​ຟຣິກາ​ໃຕ້) ​ໄດ້​ປະຊຸມ​ຢ່າງ​ບໍ່​ເປັນ​ທາງ​ການ​ຢູ່ ຄ໋າງ​ເຈົາ ​ແຂວງ ​ເຈື໋ອຈຽງ, ຈີນ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ ບັນດາ​ການ​ນຳ BRICS ຖື​ວ່າ: ປະຈຸ​ບັນ​ເສດຖະກິດ​ໂລກ ພວມ​ຢູ່​ໄລຍະ​ຫັນປ່ຽນ​ກຳລັງ​ພາຍ​​ເກົ່າ​ມາ​ເປັນ​ກຳລັງ​ພາຍ​ໃນ​ໃໝ່, ການ​ຟື້ນ​ຟູ​ຊັກຊ​້າ, ສະພາບ​ແວດ​ລ້ອມ​ສາກົນ ມີ​ການ​ປ່ຽນ​ແປງ​ໂດຍ​ບໍ່​ໄດ້​ກຳນົດ. ຕໍ່ໜ້າ​ສະພາບ​ການ​ໃໝ່ ກຸ່ມ BRICS ຄວນກຳ​​ແໜ້ນທ່າ​ອ່ຽງສາກົນ, ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ, ຮ່ວມ​ມື ​ແລ​ະ ສົມທົບ​ກັນ​ແກ້​ໄຂ​ສິ່ງ​ທ້າ​ທາຍ, ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນມີ​ຄວາມ​ເລິກ​ເຊິ່ງ. ນອກ​ນັ້ນ ບັນດາ​ການ​ນຳ BRICS ຍັງ​ໄດ້​ລົງ​ເລິກ​ແລກປ່ຽນ​ບັນດາ​ບັນຫາ​ເສດຖະກິດ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ຄຸ້ມ​ຄອງເສດຖະກິດ​ໂລກ ​ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ