Carnaval ຮ້າລອງ 2023: ຫຼາກຫຼາຍສີສັນວັດທະນະທຳ

(VOVWORLD) - Carnaval ຮ້າລອງ ປີນີ້ໄດ້ສະແດງໃຫ້ເຫັນເລື່ອງລາວກ່ຽວກັບປະຫວັດສາດ, ສິລະປະ, ເທບນິຍາຍ ແລະ ຄວາມເປີດອົກເປີດໃຈຂອງ ຮ້າລອງ...
Carnaval ຮ້າລອງ 2023: ຫຼາກຫຼາຍສີສັນວັດທະນະທຳ - ảnh 1ການສະແດງສິລະປະທີ່ Carnaval ຮ້າລອງ 2023
(ພາບ:VOV)

ຕອນຄ່ຳວັນທີ 1 ພຶດສະພາ, Carnaval ຮ້າລອງ 2023, ເຊິ່ງເປັນເຫດການວັດທະນະທຳປະຈຳປີຂອງການທ່ອງທ່ຽວລະດູຮ້ອນແຂວງ ກ໋ວາງນິງ ໄດ້ຈັດຂຶ້ນຢູ່ນະຄອນ ຮ້າລອງ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວນັບໝື່ນຄົນເຂົ້າຮ່ວມ.

        ດ້ວຍຫົວຂໍ້ “ວາດຟ້ອນ ຮ້າລອງ - ປະສານເຂົ້າກັບ 5 ທະວີບ”, Carnaval ຮ້າລອງ ປີນີ້ໄດ້ສະແດງໃຫ້ເຫັນເລື່ອງລາວກ່ຽວກັບປະຫວັດສາດ, ສິລະປະ, ເທບນິຍາຍ ແລະ ຄວາມເປີດອົກເປີດໃຈຂອງ ຮ້າລອງ ແຫ່ງເຕົ້າໂຮມ ແລະ ແຜ່ຂະຫຍາຍບັນດາສິ່ງທີ່ດີງາມ. ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກ໋ວາງນິງ, ໃຫ້ຮູ້ວ່າ:

        “Carnaval ຍາມໃດກໍ່ກຳນົດແມ່ນຈຸດເດັ່ນພິເສດຂອງສັບປະດາທ່ອງທ່ຽວຮ້າລອງ ເພື່ອດຶງດູດແຂກທ່ອງທ່ຽວຈາກທຸກສາລະທິດ ມາ ກ໋ວາງນິງ, ໃນນັ້ນມີແຂກທ່ອງທ່ຽວສາກົນຫຼາຍຄົນ. ເຫດການໄດ້ສ້າງຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ຂອງ ກ໋ວາງນິງ ແລະ ພວກຂ້າພະເຈົ້າສູ້ຊົນ ເພື່ອໃຫ້ Carnaval ຈະນັບມື້ນັບພັດທະນາ ແລະ ສົມກັບລະດັບຫຼາຍກ່ວາອີກ”.

        Carnaval ຮ້າລອງ 2023 ແມ່ນເຫດການນອນໃນບັນດາການເຄື່ອນໄຫວເປີດສາກລະດູການທ່ອງທ່ຽວລະດູຮ້ອນ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງແຂວງ ກ໋ວາງນິງ, 30 ປີແຫ່ງວັນສ້າງຕັ້ງນະຄອນ ຮ້າລອງ ດ້ວຍເປົ້າໝາຍສ້າງ ແລະ ແຜ່ຂະຫຍາຍພາບພົດ ອ່າວ ຮ້າລອງ ສວຍງາມກ່ວາ, ປະທັບໃຈກ່ວາໃນຈິດໃຈຂອງແຂກທ່ອງທ່ຽວແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ