CEBR: ເສດຖະກິດ ຫວຽດນາມ ຖືກຈັດອັນດັບທີ 19 ໃນໂລກ ໃນປີ 2035

(VOVWORLD) - ຫວ່າງແລ້ວນີ້, ສູນຄົ້ນຄວ້າເສດຖະກິດ ແລະ ດຳເນີນທຸລະກິດ (CEBR) ຢູ່ ອັງກິດ ໄດ້ປະກາດບົດລາຍງານປະຈຳປີກ່ຽວກັບ 193 ພື້ນຖານເສດຖະກິດ, ໃນນັ້ນ ຄາດຄະເນເສດຖະກິດ ຫວຽດນາມ ຈະບືນຕົວຂຶ້ນອັນດັບທີ 19 ໃນໂລກໃນປີ 2035.
CEBR: ເສດຖະກິດ ຫວຽດນາມ ຖືກຈັດອັນດັບທີ 19 ໃນໂລກ ໃນປີ 2035 - ảnh 1(ພາບປະກອບ/TTXVN)

   CEBR ຄາດຄະເນວ່າ ເສດຖະກິດ ຫວຽດນາມ ເຕີບໂຕສະເລ່ຍ 7% ໃນໄລຍະ 2021 – 2025 ແລະ 6,6% ໃນ 10  ຕໍ່ໄປ ແລະ ຮອດປີ 2035 ຈະລື່ນກາຍ ໄຕຫວັນ (ຈີນ) ແລະ ໄທ. ບົດລາຍງານ CEBR ຢັ້ງຢືນວ່າ ໂດຍອີງໃສ່ການຄວບຄຸມໂລກລະບາດໂຄວິດ-19 ທີ່ດີກ່ວາຫລາຍປະເທດໃນໂລກ, ການເຕີບໂຕເສດຖະກິດ ຫວຽດນາມ ໃນປີ 2020 ຍັງບັນລຸລະດັບການເຕີບໂຕບວກ. ຕາມຕົວເລກໂດຍລັດຖະບານ ຫວຽດນາມ ປະກາດ, ລະດັບ GDP ຂອງ ຫວຽດນາມ ໃນປີ 2021 ແມ່ນ 2,91%.

ຕອບກັບ

ຂ່າວ/ບົດ​ອື່ນ