CEO Vietjet Air ຖືກຈັດເຂົ້າໃນ Top 300 ຄົນ​ສາ​ມາດ​ເຮັດ​ໃຫ້ປ່​ຽນ​ແປງ​ເສດ​ຖະ​ກິດ​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19

(VOVWORLD) -Business Insider ໃຫ້ຮູ້ວ່າ, ໃນໄລຍະເກີດໂລກລະບາດ Covid – 19, Vietjet ໄດ້ປະຕິບັດຫຼາຍຖ້ຽວບິນນຳສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າກູ້ຊ່ວຍລະຫວ່າງ ບັນດາປະເທດໃນພາກພື້ນ. ບໍລິສັດການບິນ Vietjet ໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດຂອງໂລກລະບາດດ້ວຍຄວາມປອດໄພ.

CEO Vietjet Air ຖືກຈັດເຂົ້າໃນ Top  300 ຄົນ​ສາ​ມາດ​ເຮັດ​ໃຫ້ປ່​ຽນ​ແປງ​ເສດ​ຖະ​ກິດ​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19 - ảnh 1ທ່ານນາງ ຫງວຽນທິເຟຶອງຖາວ, ຜູ້ອຳນວຍການໃຫຍ່ບໍລິສັດການບິນ Vietjet Air

(ພາບ: Business Insider)) 

ເວັບໄຊ Business Insider ຫາກໍ່ປະກາດບັນຊີລາຍຊື່ 300 ຄົນ ທີ່ສາມາດເຮັດໃຫ້ ເສດຖະກິດ ອາຊີ, ເອີລົບ ແລະ ອາເມລິກາເໜືອ ປ່ຽນແປງ. ນີ້ແມ່ນບັນດາຜູ້ຄົນທີ່ມີຜົນສະທ້ອນອັນໃຫຍ່ຫຼວງຢູ່ບັນດາຂົງເຂດທີ່ແຕກຕ່າງກັນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ທ່ານນາງ ຫງວຽນທິເຟຶອງຖາວ, ຜູ້ອຳນວຍການໃຫຍ່ບໍລິສັດການບິນ Vietjet Air ເຊິ່ງເປັນເສດຖິີເພດຍິງຄົນທຳອິດຂອງຫວຽດນາມ ກໍ່ແມ່ນຊາວຫວຽດນາມຄົນໜຶ່ງດຽວມີຊື່ໃນບັນຊີລາຍຊື່ດັ່ງກ່າວ.

        Business Insider ໃຫ້ຮູ້ວ່າ, ໃນໄລຍະເກີດໂລກລະບາດ Covid – 19, Vietjet ໄດ້ປະຕິບັດຫຼາຍຖ້ຽວບິນນຳສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າກູ້ຊ່ວຍລະຫວ່າງ ບັນດາປະເທດໃນພາກພື້ນ. ບໍລິສັດການບິນ Vietjet ໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດຂອງໂລກລະບາດດ້ວຍຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ