COP 28: ສປຊ ຮຽກຮ້ອງໃຫ້ບັນດາປະເທດພັດທະນາປະຕິບັດຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຢ່າງຄົບຖ້ວນ

(VOVWORLD) - ທ່ານ Guterres ໄດ້ຮຽກຮ້ອງໃຫ້ມີການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂສິ່ງທ້າທາຍລວມເຊິ່ງມວນມະນຸດພວມປະເຊີນໜ້າ.
COP 28: ສປຊ ຮຽກຮ້ອງໃຫ້ບັນດາປະເທດພັດທະນາປະຕິບັດຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຢ່າງຄົບຖ້ວນ - ảnh 1ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບ: THX/TTXVN)

        ວັນທີ 11 ທັນວາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກະຕຸກຊຸກຍູ້ບັນດາປະເທດພັດທະນາ ປະຕິບັດຄຳໝັ້ນສັນຍາໃນການແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດຢ່າງຄົບຖ້ວນ. ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28) ຢູ່ Dubai, ສະຫະລັດອາຣັບເອັມມີເຣດ, ທ່ານ Guterres ໄດ້ຮຽກຮ້ອງໃຫ້ມີການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂສິ່ງທ້າທາຍລວມເຊິ່ງມວນມະນຸດພວມປະເຊີນໜ້າ. ສຳລັບບັນດາການເຄື່ອນໄຫວກ່ຽວກັບດິນຟ້າອາກາດ, ທ່ານ Guterres ໄດ້ໃສ່ໃຈວ່າ, ຕ້ອງພິຈາລະນາບັນດາໜ້າທີ່ຄວາມຮັບຜິດຊອບລວມ, ກໍຄືຄວາມສາມາດ ແລະ ສະພາບການທີ່ແຕກຕ່າງກັນຂອງບັນດາປະເທດ. ກ່ຽວກັບວິວັດການຫັນໄປສູ່ອະນາຄົດສີຂຽວກວ່າ, ທ່ານເນັ້ນໜັກວ່າ, ບັນດາລັດຖະບານກໍ່ຕ້ອງຮັບປະກັນການໜູນຊ່ວຍ, ບຳລຸງສ້າງ ແລະ ອຸປະກະລະສັງຄົມໃຫ້ແກ່ຜູ້ມີຄວາມສ່ຽງຖືກຜົນສະທ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ