COP21ບັນລຸໄດ້ຂໍ້ຕົກລົງລວມໃຫ້ຮ່າງຂໍ້ຕົກລົງກ່ຽວກັບດິນຟ້າອາກາດ

COP21ບັນລຸໄດ້ຂໍ້ຕົກລົງລວມໃຫ້ຮ່າງຂໍ້ຕົກລົງກ່ຽວກັບດິນຟ້າອາກາດ - ảnh 1
(ພາບ​ປະ​ກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/12, ບັນ​ດາ​ເຈົ້າ​ໜ​້າ​ທີ່​ຂອງ​ຝ​ລັ່ງ ແລະ ສະ​ຫະ​ປະ​ຊາ​ຊາດ​ໄດ້​​ສຳ​ເລັດ​ເອ​ກະ​ສານ​ສຸ​ດ​ທ້າຍ​ຂອງ​ຮ່າງ​ເອ​ກະ​ສານ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ເພື່ອ​ຍື່​ສະ​ເໜີ​ຕໍ່​ບັນ​ດາ​ຫົວ​ໜ້າ​ບັນ​ດາ​ຄະ​ນະ​ເຈ​ລະ​ຈ​າ​ທີ່​ເຂົ້າ​ຮ່ວມ COP 21 ເພື່ອ​ຮັບ​ຮອງ​ເ​ອົາ. ຮ່າງ​ເອ​ກະ​ສານ​ສະ​ບັບ​ສຸດ​ທ້າຍ​​ຈະ​ຍື່ນ​ສະ​ເ​ໜີ​ຕໍ​ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ເວ​ລາ 11ໂມງ 30 ນາ​ທີິ (ຕາມ​ເວ​ລາ​ຝ​ລັ່ງ) ຂອງວັນ​ທີ 12/12, ພາຍ​ຫຼັງ​ໄດ້​ແປ​ເປັນ 6 ​ພາ​ສາ​ທາງ​ການ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ຫຼັງ​ຈ​າກນັ້ນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຈະ​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ເພື່ອ​ຮັບ​ຮອ​ງ​ເອົາ​ຮ່າງ​ເ​ອ​ກະ​ສານ​ສະ​ບັບ​ນີ້. ທີ່ກອງ​ປະ​ຊຸມ, ແຕ່​ລະ​ຂໍ້​ມາດ​ຕາ​ໃນ​ຮ່າງ​ເອ​ກະ​ສານ​ຈະ​ໄດ້​ຍົກ​ອອກ​ມາ​ເພື່ອ​ລົງ​ມະ​ຕິ ຕາມ​ຫຼັກ​ການ​ເຫັນ​ດີ​ເຫັນ​ພ້ອມ, ໝາຍ​ຄວາມ​ວ່າ ບັນ​ດາ​ຂໍ້​ມາດ​ຕາ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ຈາກ 195 ປະ​ເທດ ແລະ ສະ​ຫະ​ພາບ​ເອີ​ລົບ ເພື່ອ​ໃຫ້​ຮ່າງ​ເອ​ກະ​ສານນີ້​ກາຍ​ເປັນ​ຂໍ້​ຕົກ​ລົງ​ເບື້ອ​ງຕົ້ນ.

ຂ່າວ/ບົດ​ອື່ນ