COP27 ຮັບຮອງເອົາຂໍ້ຕົກລົງສ້າງກອງທຶນຊົດເຊີຍຄວາມເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ເລື່ອງກອງປະຊຸມໄດ້ຮັບຮອງເອົາຂໍ້ຕົກລົງສ້າງກອງທຶນຊົດເຊີຍດັ່ງກ່າວ ໄດ້ຮັບການຕີລາຄາ ຈາກບັນດານັກວິຊາສະເພາະ ວ່າແມ່ນບາດກ້າວປະຫວັດສາດ
COP27 ຮັບຮອງເອົາຂໍ້ຕົກລົງສ້າງກອງທຶນຊົດເຊີຍຄວາມເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ - ảnh 1ທີ່ກອງປະຊຸມຖະແຫຼງຂ່າວ
(ພາບ: AFP/TTXVN)

ວັນທີ 20 ພະຈິກ, ກອງປະຊຸມສຸດຍອດຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27), ໄດ້ຈັດຂຶ້ນຢູ່ ອີຢິບ, ໄດ້ຮັບຮອງເອົາເລື່ອງສ້າງກອງທຶນພິເສດ ເພື່ອຊົດເຊີຍຄວາມເສຍຫາຍ ເຊິ່ງບັນດາປະເທດມີຄວາມສ່ຽງສູງຖືກຮັບຜົນທະທ້ອນ ຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຕາມນັ້ນແລ້ວ, ກອງທຶນດັ່ງກ່າວຈະລວມມີບັນດາລາຍຈ່າຍໃຫ້ຄວາມເສຍຫາຍ ຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ຈາກເລື່ອງເຮືອນຊານ ແລະ ຂົວຖືກພັງທະລາຍຍ້ອນນ້ຳໄຫຼຊຸ, ຕະຫຼອດຮອດຄວາມສ່ຽງບັນດາພື້ນຖານວັດທະນະທຳ ແລະ ເກາະແຫ່ງຕ່າງໆຖືກສູນຫາຍໄປ ຍ້ອນນຳທະເລຂຶ້ນສູງ. ບັນດາປະເທດພັດທະນາໄດ້ຮຽກຮ້ອງປະກອບເຂົ້າກອງທຶນຊົດເຊີຍ, ພ້ອມກັບແຫຼ່ງການເງິນຂອງເອກະຊົນ ແລະ ກອງທຶນສາທາລະນະອື່ນ ຄືບັນດາລະບອບການເງິນສາກົນ.

ເລື່ອງກອງປະຊຸມໄດ້ຮັບຮອງເອົາຂໍ້ຕົກລົງສ້າງກອງທຶນຊົດເຊີຍດັ່ງກ່າວ ໄດ້ຮັບການຕີລາຄາ ຈາກບັນດານັກວິຊາສະເພາະ ວ່າແມ່ນບາດກ້າວປະຫວັດສາດ, ພ້ອມທັງນຳມາເຊິ່ງຄວາມຫວັງໃຫ້ແກ່ການເຈລະຈາຢູ່ COP 27 ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງສຸດທ້າຍຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ