COP28: ຮຽກຮ້ອງຄວາມເຫັນດີເຫັນພ້ອມໃນທົ່ວໂລກ ກ່ຽວກັບການລົບລ້າງເຊື້ອເພີງຟອກຊິວ

(VOVWORLD) - ເມື່ອຕອບສຳພາດຂອງວົງການນັກຂ່າວ, ທ່ານລັດຖະມົນຕີ Ralph Regenvanu ໄດ້ຕີລາຄາວ່າ COP28 ພວມກ້າວເຂົ້າສູ່ “ໄລຍະສຳຄັນ” ໃນຂະນະທີ່ບາງປະເທດເຂົ້າຮ່ວມກອງປະຊຸມຢາກລົບລ້າງເຊື້ອເພິງ ຟອກຊິວ ເພື່ອມຸ່ງໄປເຖິງເປົ້າໝາຍ ຈຳກັດການເພີ່ມອຸນຫະພູມຂອງໜ່ວຍໂລກ ເພີ່ມຂຶ້ນຕ່ຳກ່ວາ 1,5 ອົງສາເຊ
COP28: ຮຽກຮ້ອງຄວາມເຫັນດີເຫັນພ້ອມໃນທົ່ວໂລກ ກ່ຽວກັບການລົບລ້າງເຊື້ອເພີງຟອກຊິວ - ảnh 1(ພາບປະກອບຈາກ TTXVN)

ວັນທີ 10 ທັນວາ, ທ່ານ Ralph Regenvanu, ລັດຖະມົນຕີກະຊວງການປ່ຽນແປງຂອງດິນຟ້າອາກາດ Vanuatu ໄດ້ສະແດງຄວາມວິຕົກວັງວົນກ່ຽວກັບເລື່ອງບາງປະເທດພວມຂັດຂວາງຄວາມມານະພະຍາຍາມບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບເລື່ອງຄ່ອຍໆລົບລ້າງການນຳໃຊ້ເຊື້ອເພີງຟອກຊິວໃນກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28) ທີ່ຈັດຂຶ້ນຢູ່ ສະຫະລັດ ອາຣັບ ເອມີເລັດ (UAE).

        ເມື່ອຕອບສຳພາດຂອງວົງການນັກຂ່າວ, ທ່ານລັດຖະມົນຕີ Ralph Regenvanu ໄດ້ຕີລາຄາວ່າ COP28 ພວມກ້າວເຂົ້າສູ່ “ໄລຍະສຳຄັນ” ໃນຂະນະທີ່ບາງປະເທດເຂົ້າຮ່ວມກອງປະຊຸມຢາກລົບລ້າງເຊື້ອເພິງ ຟອກຊິວ ເພື່ອມຸ່ງໄປເຖິງເປົ້າໝາຍ ຈຳກັດການເພີ່ມອຸນຫະພູມຂອງໜ່ວຍໂລກ ເພີ່ມຂຶ້ນຕ່ຳກ່ວາ 1,5 ອົງສາເຊ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Ralph Regenvanu ຖືວ່າ: ບາງປະເທດພວມຂັດຂວາງວິວັດການເຫັນດີເຫັນພ້ອມ. ເຈົ້າໜ້າທີ່ Vanuatu ໄດ້ຮຽກຮ້ອງບັນດາປະເທດນີ້ຕ້ອງປ່ຽນແປງທັດສະນະກ່ອນທີ່ COP28 ຈະສິ້ນສຸດວາລະປະຊຸມຄັ້ງສຸດທ້າຍໃນວັນທີ 12 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ