CPI ໃນເດືອນ 2 ອາດຈະເພີ່ມຂຶ້ນຢູ່ໃນລະດັບຕຳ່ກ່ວາເມື່ອທຽບກັບໄລຍະດຽວກັນຂອງປີກາຍ

CPI ໃນເດືອນ 2 ອາດຈະເພີ່ມຂຶ້ນຢູ່ໃນລະດັບຕຳ່ກ່ວາເມື່ອທຽບກັບໄລຍະດຽວກັນຂອງປີກາຍ - ảnh 1
ພາບປະກອບ

(vovworld) - ຕາມ​ຂໍ້​ໃຫ້​ສັງ​​ເກດ​ຂອງ​ທ່ານ​ນາງ ​ເຈີ່ນ​ທິຮັ່ງ, ຮອງ​ຫົວໜ້າ​ກົມ​ໃຫຍ່​ສະຖິຕິ (ຂຶ້ນ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ) ​ແລ​້ວ, ລະດັບ​ເພີ່ມ​ຂຶ້ນ​ຂອງ​ດັດ​ສະນີ​ລາຄາ​ໃຊ້​ສອຍ (ຫຼື CPI) ​ໃນ​ເດືອນ 2 ປີ​ 2013 ນີ້​ອາດ​ຈະ​ຕຳ່​ກ່ວາ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕົວ​​ເລກ​ສະຖິຕິ​ໃນ​ເບື້ອງ​ຕົ້ນ​ໃຫ້​ເຫັນ​ວ່າ, ຄາດ​ວ່າ CPI ຂອງ​ເດືອນ 2 ​ເພີ່ມ​ຂຶ້ນ​ພຽງ​ແຕ່ 1,3 – 1,4% ​ເມື່ອ​ທຽບ​ກັບ​​ເດືອນ 1/2013. ນີ້​ແມ່ນ​ລະດັບ​ເພີ່​ມຂຶ້ນ​ຕຳ່​ກວ່າ​ຫຼາຍ​ເມື່​ອທຽບ​ກັບ​ລະດັບ​ສະ​ເລ່ຍກ່ວາ 2% ຂອງ​ເດືອນ 2 ​ໃນຊຸມ​ປີ​ກ່ອນ. ຕາມ​ທ່ານ​ນາງ​ ​ເຈີ່ນ​ທິຮັ່ງ ​ແລ້ວ, ຕາມ​ທຳ​ມະ​ດາ​ແລ້ວ CPI ຈະ​ເພີ່ມ​ຂຶ້ນ​ສູງ​ໃນ​​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ຍ້ອນ​ຄວາມ​ຕ້ອງການ​ອຸປະ​ໂພ​ກບໍລິ​ໂພ​ກ ສິນຄ້າ, ການ​ບໍລິການ, ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ເພີ່ມ​ຂຶ້ນ​ສູງ. ​ແຕ່​ວ່າ​ໃນ​ປີ​ນີ້, ດ້ວຍ​ບັນດາ​ມາດ​ຕະການ​ທີ່ມີ​ປະສິດທິ​ຜົນ​​ໃນ​ການ​ຮັບປະກັນ​ແຫຼ່ງສິນຄ້າ ​ຮັບ​ໃຊ້​ບຸນ​ເຕັດ​, ​ການ​ຮັບ​ປະ​ກັນ​ລາຄາ ​​ເປັນ​ປົກກະຕິ​ໄດ້​ຮັບ​ການ​ຍູ້​ແຮງ​ອັນ​ໄດ້​ເຮັດ​ໃຫ້​ລາຄາ​ທັນ​ຍາ​ຫານ, ສະບຽງອາຫານ, ບັນດາ​ປະ​ເພດ​ສິນຄ້າ​ອຸປະ​ໂພ​ກບໍລິ​ໂພ​ກ​ໃນ​ໂອກາດ​ບຸນປີ​ໃໝ່ ​​ເປ​ັນປົກກະຕິ ​ເມື່ອ​ທຽບ​ໃສ່​ກັບ​​ໂອກາດ​ບຸນ​ເຕັດ​ຂອງ​ຊຸມ​ປີ​ກ່ອນ.

ຂ່າວ/ບົດ​ອື່ນ