CPP ແລະ CNRP ຫຍັບມໍ່ໃກ້ກັນກວ່າ ໃນການແກ້ໄຂ ຄວາມບໍ່ລົງລອຍກັນ ໃນການເລືອກຕັ້ງ

CPP ແລະ CNRP ຫຍັບມໍ່ໃກ້ກັນກວ່າ ໃນການແກ້ໄຂ ຄວາມບໍ່ລົງລອຍກັນ ໃນການເລືອກຕັ້ງ - ảnh 1

ທ່ານນາຍົກລັດຖະມົນຕີ Hunsen
(ພາບ ອິນເຕີແນດ)

(vovworld) – ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ ​ແລະ ພັກ​ກູ້​ຊາດ (CNRP) ​ໄດ້​ຫຍັບ​ມໍ່​ໃກ້​ກັນ​ກວ່າ ​ໃນ​ຫຼັກ​ໝັ້ນ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5, ພາຍຫຼັງ​ການ​ປະຊຸມ​ລະຫວ່າງ​ CPP ​ໂດຍ​ທ່ານນາຍົກລັດຖະມົນຕີ Hunsen ນຳ​ໜ້າ ​ແລະ ພັກ CNRP ​ໂດຍ​ທ່ານ​ປະທານ Sam Rainsy ນຳ​ໜ້າ, ​ເຊິ່ງຈັດ​ຕັ້ງ​ຢູ່​ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 17/9. ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ພົບ​ປະ, ​ໂຄສົກ​ຂອງ​ພັກ CPP ທ່ານ Park Sokhon  ​ແລະ ​ໂຄສົກ​ຂອງ​ພັກ CNRP ທ່ານ Yim Sovann ລ້ວນ​ແຕ່​ໃຫ້​ຮູ້​ວ່າ, ສອງ​ຝ່າຍ​​ໄດ້​ຫຼຸດຜ່ອນ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ທັດສະນະ ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຜົນປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ຂອງ​ປະ​ເທດ. ທັງ​ສອງ​ຝ່າຍ​ກໍ່​ມີ​ບັນດາ​ບາດກ້າວ​ທີ່​ກ້າວໜ້າ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ພາຍຫຼັງ​ການ​ເລືອກ​ຕັ້ງ. ທັງ​ສອງ​ຝ່າຍ​ກໍ່​ໄດ້​ເຕື້ອງ​ເຖິງ​ບັນຫາ​ຕ່າງໆ, ນັບ​ທັງ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ອົງການ​ສູງ​ສຸດ​ຂອງ​ປະ​ເທດ​, ​ໃນ​ນັ້ນ​ມີ​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ