CPTPP ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດໂດຍກົງ ແລະ ຊຸກຍູ້ການປະຕິຮູບຢູ່ ຫວຽດນາມ

(VOVWORLD) - “CPTPP ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດໂດຍກົງ ແລະ ຊຸກຍູ້ການປະຕິຮູບຢູ່ ຫວຽດນາມ”
CPTPP ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດໂດຍກົງ ແລະ ຊຸກຍູ້ການປະຕິຮູບຢູ່ ຫວຽດນາມ - ảnh 1 ບັນດາປະເທດລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)

ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາໃນບົດລາຍງານ “ການກະທົບເສດຖະກິດ ແລະ ການຈັດແບ່ງລາຍຮັບຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ” ຂອງທະນາຄານໂລກ (WB) ປະກາດໃນວັນທີ 09 ມີນາ, ພາຍຫລັງທີ່ ຫວຽດນາມ ແລະ 10 ປະເທດອື່ນໆ ຫາກໍ່ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເປັນເວລາໜຶ່ງວັນ.

        ຕາມບົດລາຍງານນີ້, ສຳລັບ ຫວຽດນາມ ແລ້ວ, ບັນດາສັນຍາການຄ້າຫລາຍຝ່າຍຄື: CPTPP ຈະເພີ່ມເຕີມກຳລັງໜູນໃຫ້ຮູບແບບການເຕີບໂຕ ໂດຍອີງໃສ່ການລົງທຶນ ແລະ ສົ່ງອອກຂອງ ຫວຽດນາມ. ທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຄາດວ່າ ສັນຍາ CPTPP ກໍ່ຈະປະກອບສ່ວນເພີ່ມຢ່າງໜ້ອຍສຸດ 1,1 % GDP ຂອງ ຫວຽດນາມ ຕື່ມອີກເມື່ອໄລ່ຮອດປີ 2030.

        ໃນຂະນະນັ້ນ, ທ່ານ Sebastian Eckardt ນັກຊ່ຽວຊານເສດຖະກິດທະນາຄານໂລກປະຈຳ ຫວຽດນາມ ຖືວ່າ: ສັນຍາສະບັບໃໝ່ ຈະນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ ຫວຽດນາມ ໂດຍອີງໃສ່ການຫັນການຄ້າເປັນເສລີ ແລະ ເພີ່ມທະວີການເຂົ້າເຖິງຕະຫລາດ: ສຳຄັນທີ່ສຸດ ແມ່ນສັນຍາຈະຊຸກຍູ້ ແລະ ເພີ່ມລະດັບຄວາມໄວຂອງວິວັດການປະຕິຮູບພາຍໃນປະເທດໃນຫລາຍຂົງເຂດທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ