CPTPP ມີຜົນສັກສິດຢ່າງເປັນທາງການ

(VOVWORLD) - ວັນທີ 30 ທັນວາ 2018, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ມີຜົນສັກສິດຢ່າງເປັນທາງການ, ສ້າງພາກພື້ນການຄ້າເສລີກວມເອົາ 1/10 ຂອງພື້ນຖານເສດຖະກິດໂລກ. 
CPTPP ມີຜົນສັກສິດຢ່າງເປັນທາງການ - ảnh 1 (ພາບປະກອບ  AFP/ TTXVN)

ຕາມນັ້ນແລ້ວ, CPTPP ຈະຊ່ວຍຫລຸດຜ່ອນບັນດາບ້ວງພາສີທີ່ສະຫງວນໃຫ້ແກ່ຜະລິດຕະພັນກະເສດ ແລະ ອຸດສາຫະກຳ, ຜ່ອນຜັນບັນດາຂໍ້ກຳນົດກ່ຽວກັບການລົງທຶນ ແລະ ເພີ່ມທະວີການປົກປ້ອງສິດຊັບສິນທາງປັນຍາ. 11 ປະເທດສະມາຊິກ CPTPP ຫວັງວ່າ ສັນຍາສະບັບນີ້ ຈະຊ່ວຍສູ້ຢັນຕໍ່ລັດທິອາລັກຂາ. ອົດສະຕາລີ, ການາດາ, ຍີ່ປຸ່ນ, ເມັກຊີໂກ, ນິວຊີແລນ ແລະ ສິງກະໂປ ແມ່ນ 6 ປະເທດທຳອິດທີ່ຮັບຮອງເອົາສັນຍາ CPTPP ເພື່ອສ້າງເງື່ອນໄຂໃຫ້ແກ່ຂໍ້ຕົກລົງນີ້ເລີ່ມມີຜົນສັກສິດ. ສັນຍາສະບັບນີ້ ຈະມີຜົນສັກສິດຢູ່ ຫວຽດນາມ ນັບແຕ່ເດືອນ ມັງກອນ 2019 ເປັນຕົ້ນໄປ.

        CPTPP ແມ່ນສັນຍາການຄ້າເສລີລະຫວ່າງ 11 ປະເທດ, ລວມມີ: ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ. ສັນຍາສະບັບນີ້ ໄດ້ຮັບຄວາມຫວັງວ່າ ຈະຊຸກຍູ້ການເຕີບໂຕເສດຖະກິດ, ສ້າງວຽກເຮັດງານທຳຕື່ມອີກ, ຫລຸດຜ່ອນຄວາມທຸກຍາກອຶດຫິວ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ