CPTPP: ມີຫຼາຍກາ​ລະ​ໂອ​ກາດໃໝ່​​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ກາ​ນາ​ດາ

(VOVWORLD) -ວັນທີ 10 ກຸມພາ, ຢູ່ Toronto, ອຳນາດການປົກຄອງ ນະຄອນ ແລະ ສະພາການຄ້າ ການາດາ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາດຳເນີນທຸລະກິດ ຢູ່ ຫວຽດນາມ, ດ້ວຍຫົວຂໍ້ “ຫວນຄືນ ປີທີ່ປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ບັນດາກາລະໂອກາດຢູ່ ຫວຽດນາມ” ແລະ “ແບ່ງປັນປະສົບການໃນການດຳເນີນທຸລະກິດ ຢູ່ ຫວຽດນາມ”.
CPTPP: ມີຫຼາຍກາ​ລະ​ໂອ​ກາດໃໝ່​​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ກາ​ນາ​ດາ - ảnh 1ແຂກຖຶກເຊີນກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: TTXVN) 

ນະທີ່ນີ້, ທ່ານ Robert Cameron ຜູ້ຮັບຜິດຊອບບັນຫາພາກພື້ນອາຊີ ຂອງ ອົງການພັດທະນາການສົ່ງອອກ ການາດາ (EDC) ຢັ້ງຢືນວ່າ ດ້ວຍບັນດາເງື່ອນໄຂສະດວກກ່ຽວກັບພົນະເມືອງ ແລະ ປະຊາຊົນຊັ້ນກາງທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ, ພື້ນຖານເສດຖະກິດ ຫວຽດນາມ ຈະນຳມາເຊິ່ງຫຼາຍກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ການາດາ. ທ່ານ Robert Cameron ສົ່ງເສີມບັນດາວິສາຫະກິດ ການາດາ ຕ້ອງສະຫງວນເວລາ ແລະ ແຫຼ່ງກຳລັງເພື່ອສ້າງບັນດາການພົວພັນທີ່ຍືນຍົງຢູ່ ຫວຽດນາມ. ບັນດາອົງການຄື EDC, TCS (ອົງການໜູນຊ່ວຍດ້ານການຄ້າ ຂຶ້ນກັບກະຊວງບັນດາບັນຫາທົ່ວໂລກ, ເຕົ້າໂຮມນັກຊ່ຽວຊານດ້ານການຄ້າ ຂອງ ການາດາ ກ່ວາ 1000 ທ່ານ) ອາດຈະສວມບົດບາດສຳຄັນໃນການໜູນຊ່ວຍວິສາຫະກິດ ການາດາໃນການເຂົ້າຮ່ວມການຕະຫຼາດ ຫວຽດນາມ ແລະ ໜູນຊ່ວຍບັນດາວິສາຫະກິດນີ້ໃນວິວັດຂະບວນການດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ