CPTPP ສ້າງເງື່ອນໄຂໃຫ້ ຫວຽດນາມ ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢູ່ໃນລະດັບໃໝ່

(VOVWORLD) - CPTPP ອາດເວົ້າໄດ້ວ່າ ແມ່ນປະກົດການຢູ່ລະດັບໃໝ່, ລະດັບຄວາມຮູ້ໃໝ່ຂອງ ຫວຽດນາມ ໃນວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.
CPTPP ສ້າງເງື່ອນໄຂໃຫ້ ຫວຽດນາມ ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢູ່ໃນລະດັບໃໝ່ - ảnh 1 ການນຳບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ  (ພາບ: AFP/ TTXVN)

ກ່ຽວກັບເລື່ອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ຮັບການລົງນາມ, ບັນດາປະເທດສະມາຊິກໄດ້ຮັບ ບໍ່ພຽງແຕ່ແມ່ນບັນດາຜົນປະໂຫຍດໃນຕໍ່ໜ້າ ແລະ ດ້ານການຄ້າທີ່ໄດ້ຍົກເລີກບັນດາຮົ້ວກີດຂວາງດ້ານພາສີອາກອນ ແລະ ກໍ່ຄືບາງຂົງເຂດອື່ນໆເທົ່ານັ້ນ ຫາກຍັງແມ່ນບັນດາພື້ນຖານ ແມ່ນກຳລັງໜູນ ຊຶ່ງສັນຍາສະບັບນີ້ ຈະນຳມາໃຫ້ການພັດທະນາຂອງແຕ່ລະປະເທດກ່ຽວກັບແງ່ມູມຕ່າງໆຄື: ດ້ານເສດຖະກິດ, ການເມືອງ, ສັງຄົມອີກດ້ວຍ. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມພິທີລົງນາມໃນສັນຍາ CPTPP ໃນຕອນເຊົ້າວັນທີ 09 ມີນາ (ຕາມເວລາ ຫວຽດນາມ) ຢູ່ນະຄອນຫລວງ Santiago ຂອງປະເທດ ຈີເລ,  ໃນການແລກປ່ຽນກັບບັນດາອົງການສື່ມວນຊົນຂອງ ຫວຽດນາມ ຢູ່ນອກພິທີລົງນາມ.

        ເມື່ອເຕື້ອງເຖິງຄວາມໝາຍຂອງການເຂົ້າຮ່ວມ CPTPP ສຳລັບ ຫວຽດນາມ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ຖືວ່າ:

        “ໃນສະພາບການຫັນເປັນໂລກາພິວັດພວມຜັນແປຢ່າງສັບສົນ ເຖິງວ່າສະພາບການຕົ້ນຕໍຍັງຄົງສືບຕໍ່ຫັນການຄ້າເປັນເສລີ ແລະ ຫັນການຄ້າເປັນສະດວກກໍ່ຕາມ ແຕ່ກໍ່ມີບັນດາສັນຍານ, ປະກົດການຢ່າງຈະແຈ້ງຂອງລັດທິປົກປ້ອງການຄ້າ ຂອງລັດທິປະຊານິຍົມ, ລັດທິໂດດດ່ຽວ, ກີດຂວາງ ແລະ ສົ່ງຜົນກະທົບບໍ່ສະດວກຕໍ່ສະພາບການຫັນເປັນໂລກາພິວັດ. ເລື່ອງພວກເຮົາປະຕິບັດແຜນນະໂຍຍາຍຍຸດທະສາດຂອງພັກ, ນະໂຍບາຍຂອງພວກເຮົາໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ກ້ວາງຂວາງຕາມວິທີຕັດສິນໃຈ ແລະ ສະເໝີຕົ້ນສະເໝີປາຍ ນັ້ນ ແນ່ນອນວ່າ ຈະແມ່ນກາລະໂອກາດ ແລະ ພ້ອມທັງແມ່ນເຄື່ອງມື, ມາດຕະການ ເພື່ອໃຫ້ພວກເຮົາປະຕິບັດຍຸດທະສາດກ່ຽວກັບການພົວພັນຕ່າງປະເທດຂອງພວກເຮົາ”.

        ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ໃຫ້ຮູ້ວ່າ: CPTPP ອາດເວົ້າໄດ້ວ່າ ແມ່ນປະກົດການຢູ່ລະດັບໃໝ່, ລະດັບຄວາມຮູ້ໃໝ່ຂອງ ຫວຽດນາມ ໃນວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ພິເສດ ດ້ວຍຖານະບົດບາດເປັນປະທານກໍ່ຕັັ້ງສົນທິສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ນັ້ນ, ສັນຍາ CPTPP, ອາດເວົ້າໄດ້ວ່າ ຫວຽດນາມ ກໍ່ບັນລຸໄດ້ບັນດາເປົ້າໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ