Crime ອັດປະຕູ ເຂດນ່ານຟ້າສຳລັບ ບັນດາຖ້ຽວບິນການຄ້າ

Crime ອັດປະຕູ ເຂດນ່ານຟ້າສຳລັບ ບັນດາຖ້ຽວບິນການຄ້າ - ảnh 1
Crimea ກໍ​ໄດ້​ຕົກລົງ​ອັດ​ປະຕູ​​ເຂດ​ນ່ານຟ້າ​
photo:baodatviet.vn


(vovworld) - ວັນ​ທີ 11/3, ບັນດາ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ ສາທາລະນະ​ລັດ​ປົກຄອງ​ດ້ວຍ​ຕົນ​ເອງ Crimea ຂຶ້ນ​ກັບ ຢູ​ແກ​ຼນ ​ໄດ້​ປ່ອນ​ບັດ​ຮັບຮອງ​ເອົາ“ຖະ​ແຫລ​ງ​​ເອກະລາດ​ໃຫ້​ແກ່ Crimea ​ແລະ ນະຄອນ Srvastopol” ​ເພື່ອ​ຄັດຄ້ານ​ຄຳ​ກ່າວ​ເຕືອນ​ຂອງ ສະພາ​ແຫ່ງ​ຊາດ ຢູ​ແກຼນ ກ່ຽວ​ກັບ​ການ​ຍຸບ​ເລີກ ສະພາ​ແຫ່​ງຊາດ Crimea, ຖ້າ​ຫາກ​ບໍ່​ຍົກ​ເລີກ​ການ​ລົງ​ປະຊາ​ມະ​ຕິ ​ແລະ ກຳນົດ​ເວລາ​ສຸດ​ທ້າຍ​ໃຫ້​ແກ່​ເລື່ອງ​ດັ່ງກ່າວ​ໃນ​ວັນ​ທີ 12/3. ຂໍ້​ຕົກລົງ​ນີ້​ໄດ້​ຮັບຮອງ​ເອົາ​ດ້ວຍ​ບັດ​ເຫັນ​ດີ 78 ບັດ ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທັງ​ໝົດ 81 ທ່ານ​. ​

​ໃນ​ວັນ​ດຽວ​ກັນ, Crimea ກໍ​ໄດ້​ຕົກລົງ​ອັດ​ປະຕູ​​ເຂດ​ນ່ານຟ້າ​ສຳລັບ​ບັນດາ​ຖ້ຽວ​ບິນ​ການ​ຄ້າ​ທັງ​ໝົດ, ນອກ​ເຫນືອ​ບັນດາ​ຖ້ຽວ​ບິນ​ໄປ​ເຖິງ ມົດ​ສະ​ກູ. ຂໍ້​ຕົກລົງ​ບັງ​ເອີນ​ດັ່ງກ່າວ​ຂອງ Crimea ​ໄດ້​ເຮັດ​ໃຫ້​ເຮຶອບິນ​ລຳ​ຫນຶ່ງ​ຂອງ ຢູ​ແກຼນ ຕ້ອງ​ກັບ​ຄືນ​ສູ່ບ່ອນ​ທີ່ທະຍານ​ຂຶ້ນ​. ນອກ​ນັ້ນ ອຳນາດ​ການ​ປົກຄອງ Crimea ພວມ​ມີ​ເຈດ​ຕະນາ​ຢາກ​ໂອນ​ກອງ​​ທະຫານ​​ເຮືອ ຢູ​ແກຼນ ຢູ່ Sevastopol ນະຄອນ​​ໃຈກາງ​ຂອງ​ແຫລມ Crimea ​ ​ແລະ ບັນດາ​ກຳ​ປັ່ນ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ແຫ່ງ​ຊາດ Chornomornaftohaz ເປັນ​ຂອງ​ລັດ.

 

ຂ່າວ/ບົດ​ອື່ນ