Croatia ດຳເນີນການເລືອກຕັ້ງກ່ອນກຳນົດເວລາ

Croatia ດຳເນີນການເລືອກຕັ້ງກ່ອນກຳນົດເວລາ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 11/9, ຜູ້​ມີ​ສິດ​ເລືອກ​ຕັ້ງ Croatia ປະມານ 3,8 ລ້ານ​ຄົນ​ເລີ່​ມຕົ້ນ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ​ຢູ່​ປະ​ເທດ​ນີ້, ​ໃນ​ນັ້ນການຄາດ​ຄະ​ເນ​ຜົນ​ການ​ເລືອກ​ຕັ້ງ​ລ່ວງ​ໜ້າ​ແມ່ນ​ຍາກ​ທີ່​ສຸດ ​ແລະ ສະພາບ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ນີ້​ອາດ​ຈະ​ຖືກ​ແກ່ຍາວ​ຕື່ມ​ອີກ. ໝາກຜົນ​ເບື້ອງ​ຕົ້ນຂອງ​ການ​ເລືອກ​ຕັ້ງ​ຈະ​ປະກາດ​ໃນ​ຕອນ​ຄຳ່​ວັນ​ທີ 11/9.

        ການ​ເລືອກ​ຕັ້ງ​ຢູ່​ Croatia ດຳ​ເນີນ​ພາຍຫຼັງ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ປ່ອນ​ບັດ​ເຫັນ​ດີ​ຍຸບ​ເລີກ​ເອງ. ຕາມ​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ, ພັກ​ SDP ຂອງ​ອະດີດ​ນາຍົກລັດຖະມົນຕີ Zoran Milanovic ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ວຍ​ລະດັບ​ສູງ​ກວ່າ ພັກ HDZ ​ໃນ​ພັນທະ​ມິດ​ກຳ​ອຳນາດ, ​ແຕ່​ຍັງ​ບໍ່​ທັນ​ບັນລຸ​ອັດຕາ​ການສະໜັບສະໜູນ​​ສູງກວ່າ​ເຄິ່ງໜຶ່ງ​ ເພື່ອ​ສາມາດ​ສ້າງ​ຕັ້ງ​ລັດຖະບານ​ໃໝ່ດ້ວຍ​ຕົນ​ເອງ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ