CroatiaແລະSerbiaຫລຸດຜ່ອນຄວາມເຄັ່ງຕຶງຢູ່ຊາຍແດນ

CroatiaແລະSerbiaຫລຸດຜ່ອນຄວາມເຄັ່ງຕຶງຢູ່ຊາຍແດນ - ảnh 1
ຊາວ​ອົບ​ພະ​ຍົບ​ຢູ່​ເຂດ​ຊາຍ​ແດນCroatia ແລະ Serbia
ພາບ:vov

(vovworld)- ວັນ​ທີ 25/9, ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ Croatia ແລະ Serbia ໄດ້​ມີ​ບັນ​ດາ​ການ​ກະ​ທຳ​ເພື່ອ​ຜ່ອນຄາຍ​ການ​ຄວບ​ຄຸມ, ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ​ຮ່ວມ​ກ່ຽວ​ຂ້ອງ​ເຖິງວິ​ກິ​ດ​ການ​ຊາ​ວ​ອົບ​ພະ​ຍົບ. ທ່ານ Ranko Ostojic,  ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ພາຍ​ໃນ Croatia ໃຫ້​ຮູ້​ວ່າ: ພາ​ຫະ​ນະ​ສັນ​ຈອນ​ທຸກ​ປະ​ເພດ ໄດ​້​ອະ​ນຸ​ຍາດ​ເຂົ້າ​ເມືອງ​ປະ​ເທດນີ້​ຜ່ານ​ດ່ານ​ຊາຍ​ແດນ Bajakovo – Batrovci  ແລະ ດ່ານ​ຊາຍ​ແດນ Tovarnik. ນອກນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດນີ້ ທ່ານ Zoran Milanovic ຖະ​ແຫລງ​ຈະ​ເປີດ​ປະ​ຕູ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ໄວ.

ຕອນ​ຄ່ຳ​ວັນ​ດຽວ​ກັນ, ລັດ​ຖະ​ບານ Serbia ກໍ​ຕົກ​ລົງ​ຍົກ​ເລີກ​ບັນ​ດ​າ​ມາດ​ຕະ​ການ​ຫ້າມ​ເຂົ້າ​ເມືອງ​ສຳ​ລັບ​ບັນ​ດາ​ລົດ​ຂົນ​ສົ່ງ​ຂອງ Croatian ກໍ​ຄື​ສິນ​ຄ້າ​ຜະ​ລິດ​ຢູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

 

 

 

 

ຂ່າວ/ບົດ​ອື່ນ