CSTO ຈັດ​ຕ​ັ້ງ​ກອງ​ປະ​ຊຸມ​ສຸດຍອດ​ທາງ​ໄກ​ກ່ຽວ​ກັບ ກາ​ຊັກ​ສະ​ຖານ

(VOVWORLD) -ກອງປະຊຸມທາງໄກຂອງການນຳບັນດາປະເທດສະມາຊິກອົງການສົນທິສັນຍາຮັກສາຄວາມໝັ້ນຄົງ ລວມໝູ່ (CSTO) ກ່ຽວກັບ ກາຊັກສະຖານ ໄດ້ຈັດຕັ້ງໃນວັນທີ 10 ມັງກອນ.

CSTO ຈັດ​ຕ​ັ້ງ​ກອງ​ປະ​ຊຸມ​ສຸດຍອດ​ທາງ​ໄກ​ກ່ຽວ​ກັບ ກາ​ຊັກ​ສະ​ຖານ - ảnh 1ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashinyan  ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ກ່ອນໜ້ານັ້ນ 1 ວັນ, ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashinyan ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ອາກເມເນຍ ໃນຖານະແມ່ນປະທານ CSTO ຈະຈັດຕັ້ງກອງປະຊຸມສະພາຮັກສາຄວາມໝັ້ນຄົງ ລວມໝູ່. ທ່ານ Yerlan Turgumbayev ຮັກສາການລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ວ່າ ປັດຈຸບັນ, ສະພາບການໃນທຸກຂົງເຂດຂອງ ກາຊັກສະຖານ ໄດ້ກັບຄືນສູ່ສະພາບທີ່ເປັນປົກກະຕິແລ້ວ. ທຳນຽບປະທານາທິບໍດີ ກາຊັກສະຖານ ກໍ່ໃຫ້ຮູ້ວ່າ ມີເປົ້າໝາຍ ປະມານ 5.800 ຄົນເຂົ້າຮ່ວມ ການ ກໍຈະລາຈົນ, ໃນນັ້ນມີຊາວຕ່າງປະເທດເປັນຈຳນວນຫຼາຍຖືກກັກຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ