Dang Thu Thao ໄດ້ຮັບການຄັດເລືອກເປັນນາງງາມ ຫວຽດນາມ ປີ 2012

Dang Thu Thao ໄດ້ຮັບການຄັດເລືອກເປັນນາງງາມ ຫວຽດນາມ ປີ 2012 - ảnh 1

(vovworld) - Dang Thu Thao ອາຍຸ 21 ປີ, ນັກ​ສຶກສາ​ມະຫາວິທະຍາ​ໄລ Dong Do ນະຄອນ Can Tho ​ໄດ້​ຮັບ​ການຄັດ​ເລືອກ​ເປັນ​ນາງ​ງາມ ຫວຽດນາມ ປີ 2012 ດ້ວຍ​ລາງວັນ​ລວມມູນ​ຄ່າ 300 ລ້ານ​ດົ່ງ, Duong Tu Anh ​ແມ່ນ​ຮອງ​ອັນ​ດັບ 1 ​ແລະ Do Hoang Anh ​ແມ່ນ​ຮອງ​ອັນ​ດັບ 2. ​ໃນ​ຕະຫລອດ​ໄລຍະດຳ​ເນີນ​ຮອບ​ຊີງ​ຊະນະ​ເລີດ, ບັນດາ​​ຜູ້​ເຂົ້າ​ຮ່ວມ​ການ​ປະ​ກວດ​ນາງ​ງາມ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວຽກ​ງານການກຸສົນ, ສັງຄົມ​ຄື: ຢ້ຽມຢາມ, ພົບ​ປະ​ແລກປ່ຽນ, ມອບ​ຂອງ​ຂວັນ​ລວມມູນ​ຄ່າ 500 ລ້ານ​ດົ່ງ​ຢູ່ ສູນ ​ເບິ່ງ​ແຍງ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ນະຄອນ Da Nang, ສູນ​ປົກ​ປ້ອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ແລະ ​ເດັກນ້ອຍ​ດອ້ຍ​ໂອກາດ​ນະຄອນ Da nang.

 

 

 

ຂ່າວ/ບົດ​ອື່ນ