EBRD ສະ​ໜອ​ງ​ບ້ວງ​ເງິນ​ກູ້​ຢຶມ 30 ລ້ານ ເອີ​ໂຣ ເພື່ອ​ກໍ່ສ້າ​ງ​ເຂດ​ແຜ່ນ​ດິນ​ໄຫວ​ຢູ່ ຕວັກ​ກີ ​ຄືນ​ໃໝ່

(VOVWORLD) - EBRD ແລະ ກະຊວງຄັງເງິນ ແລະ ການເງິນ ຕວັກກີ ໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບບ້ວງເງິນໜູນຊ່ວຍ 500 ລ້ານ ເອີໂຣ ສະຫງວນໃຫ້ຄວາມມານະພະຍາຍາມກໍ່ສ້າງເຂດທີ່ຖືກຜົນກະທົບຈາກເຫດແຜ່ນດິນໄຫວຄືນໃໝ່.
EBRD ສະ​ໜອ​ງ​ບ້ວງ​ເງິນ​ກູ້​ຢຶມ 30 ລ້ານ ເອີ​ໂຣ ເພື່ອ​ກໍ່ສ້າ​ງ​ເຂດ​ແຜ່ນ​ດິນ​ໄຫວ​ຢູ່ ຕວັກ​ກີ ​ຄືນ​ໃໝ່ - ảnh 1ສະຖານທີ່ເກີດເຫດ (ພາບ: AFP/TTXVN)

ທະນາການ ກໍ່ສ້າງຄືນ ແລະ ພັດທະນາເອີລົບ (EBRD) ຈະສະໜອງບ້ວງເງິນກູ້ຢຶມໄລຍະ ຍາວນານທີ່ມີມູນຄ່າ 30 ລ້ານ ເອີໂຣ (32,50 ລ້ານ USD) ໃຫ້ແກ່ ຕວັກກີ ເພື່ອໜູນຊ່ວຍບັນດາເຂດທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ເມື່ອເດືອນກຸມພາປີ 2023. ສະຫະພາບ ເອີລົບ (EU) ຈະແມ່ນຝ່າຍຮັບປະກັນໃຫ້ແກ່ບ້ວງກູ້ຢຶມເງິນນີ້. ບໍລິສັດລົງທຶນ ແລະ ພັດທະນາອະສັງຫາລິມະຊັບ ການຄ້າ Ronesans Gayrimenkul Yatirim ຂອງ ຕວັກກີ ແມ່ນຫົວໜ່ວຍເຊື່ອມຕໍ່ການປ່ອຍເງິນກູ້ຢຶມນີ້, ລວມມີການໜູນຊ່ວຍກໍ່ສ້າງ ສູນການຄ້າ 2 ແຫ່ງຢູ່ບັນດາແຂວງທາງທິດຕາເວັນອອກສ່ຽງໃຕ້ ຕວັກກີ ເຊິ່ງແມ່ນ Kahramanmaras ແລະ Sanlurfa ທີ່ໄດ້ຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ. ບ້ວງເງິນກູ້ຢືມ ກໍ່ໄດ້ນຳໃຊ້ເພື່ອໜູນຊ່ວຍການເຄື່ອນໄຫວດຳເນີນທຸລະກິດ ແລະ ທຳມາຫາກິນ ຂອງປະຊາຊົນເຂດໄພພິບັດ, ໃນສະພາບການປະຊາຊົນຕ້ອງຍົກຍ້າຍອອກຈາກເຂດນີ້ ພາຍຫຼັງເກີດແຜ່ນດິນໄຫວ ໄດ້ເຮັດໃຫ້ສະຖານທີ່ແຫ່ງນີ້ປະສົບກັບສະພາບການຂາດແຫຼ່ງຊັບພະຍາກອນມະນຸດ. ກ່ອນໜ້ານັ້ນ, EBRD ແລະ ກະຊວງຄັງເງິນ ແລະ ການເງິນ ຕວັກກີ ໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບບ້ວງເງິນໜູນຊ່ວຍ 500 ລ້ານ ເອີໂຣ ສະຫງວນໃຫ້ຄວາມມານະພະຍາຍາມກໍ່ສ້າງເຂດທີ່ຖືກຜົນກະທົບຈາກເຫດແຜ່ນດິນໄຫວຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ