EC ກ່າວເຕືອນ ອັງກິດ ກ່ຽວກັບໄພອັນຕະລາຍບໍ່ບັນລຸໄດ້ຂໍ້ຕົກລົງການຄ້າພາຍຫລັງ Brexit

(VOVWORLD) - ທ່ານນາງ Ursula von der Leyen ປະທານຄະນະກຳມະການ ເອີຣົບ (EC) ໄດ້ກ່າວເຕືອນການປະລາໄຊໃນຄວາມມານະພະຍາຍາມກ່ຽວກັບເຈລະຈາຂໍ້ຕົກລົງການຄ້າໃໝ່ໂດຍໄວ ພາຍຫລັງ Brexit - ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) - ຈະກໍ່ຜົນຮ້າຍຕໍ່ ອັງກິດ ຢ່າງຮ້າຍແຮງກ່ວາເມື່ອທຽບໃສ່ກັບ ອີຢູ.
EC ກ່າວເຕືອນ ອັງກິດ ກ່ຽວກັບໄພອັນຕະລາຍບໍ່ບັນລຸໄດ້ຂໍ້ຕົກລົງການຄ້າພາຍຫລັງ Brexit - ảnh 1ທ່ານນາງ Ursula von der Leyen (ພາບ: THX/TTXVN)

        ກ່າວຄຳເຫັນໃນວັນທີ 18 ທັນວາ ຢູ່ລັດຖະສະພາ ເອີຣົບ (EP) ທີ່ Strasbourg, ທ່ານປະທານ Ursula von der Leyen ເນັ້ນໜັກວ່າ: ຖ້າບໍ່ສາມາດເຊັນຂໍ້ຕົກລົງກັບ ອັງກິດ ໃນທ້າຍປີ 2020, ອີຢູ ຈະປະເຊີນໜ້າຕໍ່ຄວາມສ່ຽງອາດຈະເກີດຜົນເສຍຫາຍເຖິງຜົນປະໂຫຍດຂອງ ອີຢູ, ແຕ່ຜົນຮ້າຍຕໍ່ ອັງກິດ ນັ້ນ ຍັງຮ້າຍແຮງກ່ວາ.

        ທ່ານນາງປະທານ EC ໃຫ້ຮູ້ຕື່ມອີກວ່າ ໃນໄລຍະເວລາສັ້ນ, ອີຢູ ຈະຊຸກຍູ້ບັນດາການເຈລະຈາຕາມຄວາມສາມາດໃຫ້ໄດ້ຫລາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ