EC ຈັດ​ວາງ​ອັດ​ຕາ​ພ​​າສີ​ສຳ​ລັບ​ ໄຂ່ ທີ່​ນຳ​ເຂົ້າ​ຈາກ ຢູ​ແກຼນ

(VOVWORLD) - ການເພີ່ມແຫຼ່ງສະໜອງ ໄຂ່ ແລະ ເຂົ້າໂອ໊ດ ລາຄາຖືກຈາກ ຢູແກຼນ ໄດ້ເຮັດໃຫ້ເກີດກະແສຄັດຄ້ານຈາກຊາວກະສິກອນ EU, ຍ້ອນມີຄວາມວິຕົກກັງວົນກ່ຽວກັບການແກ້ງແຍ້ງທີ່ບໍ່ໂປ່ງໃສ.
EC ຈັດ​ວາງ​ອັດ​ຕາ​ພ​​າສີ​ສຳ​ລັບ​ ໄຂ່ ທີ່​ນຳ​ເຂົ້າ​ຈາກ ຢູ​ແກຼນ - ảnh 1(ພາບປະກອບ: TTXVN)

ວັນທີ 19 ມິຖຸນາ, ຄະນະກຳມະການເອີຣົບ (EC) ໄດ້ແຈ້ງໃຫ້ຊາບວ່າ ຈະຈັດວາງອັດຕາພາສີສຳລັບ ໄຂ່ ທີ່ນຳເຂົ້າຈາກ ຢູແກຼນ ພາຍໃນສອງອາທິດຈະມາເຖິງ. ກ່ອນໜ້ານັ້ນ 1 ວັນ, ຄະນະກຳມະການເອີຣົບ ກໍໄດ້ຍົກອອກຂໍ້ຕົກລົງທີ່ຄ້າຍຄືກັນສຳລັບເຂົ້າໂອ໊ດທີ່ນຳເຂົ້າຈາກ ຢູແກຼນ. ບັນດາມາດຕະການດັ່ງກ່າວ ໄດ້ຮັບການປະຕິບັດແນໃສ່ປົກປ້ອງຜົນປະໂຫຍດໃຫ້ແກ່ບັນດາຂະແໜງກະສິກຳຂອງ ສະຫະພາບເອີຣົບ (EU), ພາຍຫຼັງທີ່ການສົ່ງອອກຜະລິດຕະພັນກະເສດຂອງ ຢູແກຼນ ເຂົ້າຕະຫຼາດນີ້ ເພີ່ມຂຶ້ນຢ່າງແຮງ. ເຖິງຢ່າງໃດກໍຕາມ, ການເພີ່ມແຫຼ່ງສະໜອງ ໄຂ່ ແລະ ເຂົ້າໂອ໊ດ ລາຄາຖືກຈາກ ຢູແກຼນ ໄດ້ເຮັດໃຫ້ເກີດກະແສຄັດຄ້ານຈາກຊາວກະສິກອນ EU, ຍ້ອນມີຄວາມວິຕົກກັງວົນກ່ຽວກັບການແກ້ງແຍ້ງທີ່ບໍ່ໂປ່ງໃສ. ດັ່ງນັ້ນ, EU ໄດ້ຕົກລົງຈັດວາງໂຄຕານຳເຂົ້າເພື່ອຮັກສາສະຖຽນລະພາບຕະຫຼາດພາຍໃນກຸ່ມ.  ເລື່ອງຈັດວາງອັດຕາພາສີອາກອນ ໄດ້ຮັບການຄາດຄະເນວ່າ ຈະສົ່ງຜົນກະທົບໃດໜຶ່ງຕໍ່ລາຄາ ແລະ ແຫຼ່ງສະໜອງ ໄຂ່, ເຂົ້າໂອ໊ດຢູ່ຕະຫຼາດ EU.

ຕອບກັບ

ຂ່າວ/ບົດ​ອື່ນ