EC ຈະ​ຈັດ​ກອ​ງ​ປະ​ຊຸມ​ທາງ​ໄກ​ກ່ຽວ​ກັບ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU ສຳ​ລັບ ຫວຽດ​ນາມ

(VOVWORLD) -ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດຈາກລັດຖະບານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະແກ້ໄຂ ແລະ ຍົກເລີກບັດເຫຼືອງໃຫ້ໄດ້ ໃນໄລຍະ 2022  2023.



EC  ຈະ​ຈັດ​ກອ​ງ​ປະ​ຊຸມ​ທາງ​ໄກ​ກ່ຽວ​ກັບ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU ສຳ​ລັບ ຫວຽດ​ນາມ - ảnh 1(ພາບ: TTXVN)

ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ສະນັ້ນ, ຜູ້ຕາງໜ້າຄະນະກຳມະການເອີຣົບ (EC) ຈະບໍ່ມາກວດກາວຽກງານແກ້ໄຂ “ບັດເຫຼືອງ” ຂອງ IUU ຢູ່ ຫວຽດນາມ ຄາດວ່າ ວັນທີ 27 ຕຸລາ, ຝ່າຍ EC ຈະຈັດກອງປະຊຸມແບບທາງໄກກັບກົມໃຫຍ່ສິນໃນນ້ຳ ຫວຽດນາມ ແລະ ຈັດກອງປະຊຸມໂດຍກົງຢູ່ EC. ກົມໃຫຍ່ສິນໃນນ້ຳ ຫວຽດນາມ ໄດ້ມີບົດລາຍງານສົ່ງໃຫ້ EC ກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຍົກເລີກ “ບັດເຫຼືອງ” ໃນຊຸມປີຜ່ານມາ. ທ່ານ ຫງວຽນກວາງຮຸ່ງ, ຮອງຫົວໜ້າກົມໃຫຍ່ສິນໃນນ້ຳ ຫວຽດນາມ ໃຫ້ຮູ້ວ່າ:

        “ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ປະທານບັນດາຕາແສງ ກໍຄື ການນຳ 28 ແຂວງແຄມທະເລ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ນາຍົກລັດຖະມົນຕີວ່າ ຕ້ອງຢຸດຕິສະພາບການລະເມີດຂອງກ່ຳປັ່ນຫາປາ. ກົມໃຫຍ່ສິນໃນນ້ຳ ຫວຽດນາມ ກໍພວມກໍ່ສ້າງແຜນຮ່າງປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ, ຍົກເລີກບັດເຫຼືອງ, ໃນນັ້ນ ກໍວາງອອກເປົ້າໝາຍວ່າ ສູ້ຊົນຮອດປີ 2022 2023 ແມ່ນແກ້ໄຂ ແລະ ຍົກເລີກບັດເຫຼືອງໃຫ້ໄດ້. ເປັນອັນວ່າ, ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດຈາກລັດຖະບານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະແກ້ໄຂ ແລະ ຍົກເລີກບັດເຫຼືອງໃຫ້ໄດ້ ໃນໄລຍະ 2022 2023.”


ຕອບກັບ

ຂ່າວ/ບົດ​ອື່ນ