EC ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄວາມ​ຄືບ​ໜ້າ​ຂອງ​ອາ​ຊີບ​​ຫາ​ປາ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ

(VOVWORLD) -ຄະນະກຳມະການກວດກາໄດ້ຕີລາຄາຕໍ່ຄວາມຄືບໜ້າຢ່າງຕັ້ງໜ້າ, ຖືກທິດ ແລະ ການຊີ້ນຳທີ່ໃກ້ຊິດຂອງລັດຖະບານ ຫວຽດນາມ.
EC ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄວາມ​ຄືບ​ໜ້າ​ຂອງ​ອາ​ຊີບ​​ຫາ​ປາ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ - ảnh 1ທ່ານຟຸ່ງດຶກຕຽນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ 

ຕອນບ່າຍວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຟຸ່ງດຶກຕຽນ ໄດ້ແບ່ງປັນກ່ຽວກັບໝາກຜົນເບື້ອງຕົ້ນພາຍຫຼັງຄະນະກວດກາຂອງ ຄະນະກຳມະການເອີຣົບ (EC) ສິ້ນສຸດການກວດກາຕົວຈິງຄັ້ງທີ 4 (ແຕ່ວັນທີ 10 ຕຸລາ ຫາວັນທີ 18 ຕຸລາ 2023) ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງາຍ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU). ຕາມນັ້ນແລ້ວ, ຄະນະກຳມະການເອີຣົບ (EC) ຕີລາຄາສູງຕໍ່ຄວາມຕັດສິນໃຈດ້ານການເມືອງ, ຄວາມເອົາໃຈໃສ່, ການຊີ້ນຳຂອງລັດຖະບານ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ IUU.

         ຄະນະກຳມະການກວດກາໄດ້ຕີລາຄາຕໍ່ຄວາມຄືບໜ້າຢ່າງຕັ້ງໜ້າ, ຖືກທິດ ແລະ ການຊີ້ນຳທີ່ໃກ້ຊິດຂອງລັດຖະບານ ຫວຽດນາມ. ຄະນະກຳມະການກວດກາກໍມີຄວາມເຫັນດີເຫັນພ້ອມກັບທັດສະນະຂອງລັດຖະບານ ຫວຽດນາມ ກ່ຽວກັບການຫັນຈາກອາຊີບຫາປາ ຂອງປະຊາຊົນ ມາເປັນອາຊີບຫາປາຢ່າງມີຄວາມຮັບຜິດຊອບ ແລະ ການຫັນປ່ຽນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນສະພາບການຕົວຈິງ ກໍໄດ້ໄປຕາມທິດທາງດັ່ງກ່າວ.

         ໄປຄຽງຄູ່ກັນນັ້ນ, ຄະນະກຳມະການກວດກາ ກໍສະເໜີແນະໃຫ້ ຫວຽດນາມ ມີວິທີການແກ້ໄຂຢ່າງເຂັ້ມງວດສຳລັບອົງການ, ສ່ວນບຸກຄົນຢູ່ທ້ອງຖິ່ນຕ່າງໆ ທີ່ບໍ່ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ; ສະເໜີໃຫ້ບັນດາທ້ອງຖິ່ນສຸມໃສ່ປະຕິບັດບັນດາຂໍ້ກຳນົດ, ກົດໝາຍກ່ຽວກັບສິນໃນນ້ຳ, ສິນທະເລຢ່າງເຂັ້ມງວດ.

    

ຕອບກັບ

ຂ່າວ/ບົດ​ອື່ນ