EC ປະກາດຂໍ້ສະເໜີປະຕິຮູບ Eurozone

(VOVWORLD) - ວັນທີ 06 ທັນວາ, ຄະນະກຳມະການ ເອີຣົບ (EC) ປະກາດວິໄສທັດກ່ຽວກັບການປະຕິຮູບພາກພື້ນໃຊ້ສະກຸນເງິນ ເອີຣົບ ລວມ,

ໃນນັ້ນ ລວມມີການສ້າງຕັ້ງກອງທຶນຂອງ ເອີຣົບ ທີ່ຄ້າຍຄືກັນກັບກອງທຶນເງິນຕາສາກົນ (IMF).
ຕາມນັ້ນແລ້ວ, EC ສະເໜີສ້າງຕັ້ງກອງທຶນເງິນຕາສະເພາະຂອງຕົນ ເພື່ອສາມາດປ່ຽນແທນ IMF ໃນທຸກໂຄງການກູ້ຊ່ວຍດ້ານການເງິນໃນອະນາຄົດຂອງ Eurozone ກໍ່ຄືໜູນຊ່ວຍການລົງທຶນ. ນອກນັ້ນ, EC ກໍ່ສະເໜີແຕ່ງຕັ້ງລັດຖະມົນຕີການເງິນ ແລະ ເສດຖະກິດຂອງ Eurozone. ການສະເໜີດັ່ງກ່າວໂດຍ EC ຮຽບຮຽງ ເພື່ອແນໃສ່ເປົ້າໝາຍຊຸກຍູ້ຄວາມສາມັກຄີໃນສະຫະພາບ ເອີຣົບ (ອີຢູ) ໃນຕະຫລາດໜຶ່ງດຽວ ດ້ວຍການນຳໃຊ້ສະກຸນເງິນລວມ, ໃນສະພາບການຈິດຕະສາດຕ້ານ ອີຢູ ໃນທົ່ວ ເອີຣົບ ທີ່ພວມນັບມື້ນັບເພີ່ມຂຶ້ນ ແລະ ເລື່ອງ ອັງກິດ ຖອນອອກຈາກ ອີຢູ ໃນປີ 2019 ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ