EC ສະ​ເໜີຫຼາຍ​ມາດ​ຕະ​ການ​ໃໝ່​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 28 ຕຸລາ, ຄະນະກຳມະການເອີຣົບ (EC) ໄດ້ສະເໜີຫຼາຍມາດຕະການໃໝ່ໃນຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ຢູ່ສະຫະພາບເອີຣົບ (ອີຢູ) ແລະ ເນັ້ນໜັກເຖິງເລື່ອງ ຜູ້ຕິດເຊື້ອໂຄວິດ - 19 ພວມເພີ່ມຂຶ້ນຢ່າງແຮງ ຢູ່ ທະວີບນີ້ ໃນໄລຍະມໍ່ໆມານີ້ ແມ່ນບັນຫາ “ເປັນໜ້າເຕືອນໄພ”.
EC ສະ​ເໜີຫຼາຍ​ມາດ​ຕະ​ການ​ໃໝ່​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພະນັກງານກໍ່ສ້າງໂຮງໝໍກາງສະໜາມ (ພາບ: TTXVN)

ໃນສະພາບການອີກຄັ້ງໜຶ່ງ, ເອີຣົບ ກາຍເປັນຈຸດໃຈກາງຂອງໂລກລະບາດໂຄວິດ - 19 ຂອງ ໂລກ, EC ຖືວ່າ ລັດຖະບານບັນດາປະເທດສະມາຊິກ ອີຢູ ຕ້ອງມີການສົມທົບກັນຜັນຂະຫຍາຍບັນດາຍຸດທະສາດກວດຫາເຊື້ອໄວຣັດ, ກໍຄືໝູນໃຊ້ບັນດາຊຸດ KIT ກວດຫາເຊື້ອໄວ ເພື່ອຊອກຫາພູມຕ້ານທານ ແລະ ຕ້ອງມີມາດຕະການແກ້ໄຂສະພາບການຂາດແຄນກຳລັງຄວາມສາມາດໃນການກວດຫາເຊື້ອ.

        ເພື່ອແນໃສ່ຫຼີກລ້ຽງຄວາມສ່ຽງການຂາດແຄນອຸປະກອນການແພດ ເກີດຂຶ້ນໃໝ່ອີກຄັ້ງ, EC ໄດ້ປຸກລະດົມລາຍການຮ່ວມກັນຊບັນດາອຸປະກອນທີ່ຈຳເປັນແກ່ການສັກຢາວັກຊິນ. ພ້ອມກັນນັ້ນ, ອີຢູ ກໍຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຜັນຂະຫຍາຍບັນດາຍຸດທະສາດສັກຢາວັກຊິນໂດຍໄວ ເພື່ອແນໃສ່ຮັບປະກັນໃຫ້ບຸກຄົນທີ່ມີຄວາມສ່ຽງຫຼາຍກວ່າໝູ່ໄດ້ສັກຢາວັກຊິນກັນໂຄວິດ - 19 ຖ້າຫາກວ່າຈະມີວັກຊິນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ