EC ສະເໜີຮັດແໜ້ນການຄວບຄຸມຢູ່ເຂດຊາຍແດນແລະຍູ້ໂວການເນລະເທດຜູ້ເຂົ້າເມືອງຢ່າງຜິດກົດໝາຍ

(VOVWORLD) -ວັນທີ 23 ກັນຍາ, ຄະນະກຳມະການເອີລົບ (EC) ໄດ້ສະເໜີໃຫ້ຮັດແໜ້ນ ການຄວບຄຸມຢູ່ເຂດຊາຍແດນ ແລະ ປັບປຸງບັນດາລະບຽບການເພື່ອຍູ້ໄວການເນລະເທດຜູ້ເຂົ້າເມືອງຢ່າງຜິດກົດໝາຍ.
EC ສະເໜີຮັດແໜ້ນການຄວບຄຸມຢູ່ເຂດຊາຍແດນແລະຍູ້ໂວການເນລະເທດຜູ້ເຂົ້າເມືອງຢ່າງຜິດກົດໝາຍ - ảnh 1(ພາບປະກອບ: AFP/TTXVN)

ໃນແຜນການປະຕິຮູບການອົບພະຍົບທີ່ມີຊື່ວ່າ “ສັນຍາໃໝ່ກ່ຽວກັບການອົບພະຍົບ ແລະ ພັກພາອາໄສ” ເຊິ່ງໄດ້ຮັບການລໍຖ້າມາແຕ່ດົນນານແລ້ວ, EC ສະເໜີໃຫ້ບັນດາປະເທດສະມາຊິກສະຫະພາບເອີລົບ (EU) ວ່າ ຖ້າຫາກບໍ່ສາມາດຮັບເອົາຊາວອົບພະຍົບດ້ວຍຄວາມສະໝັກໃຈຕື່ມອີກ ກໍ່ໜູນຊ່ວຍເງິນເພື່ອສົ່ງເຂົາເຈົ້າກັບເມືອປະເທດ.

          ກ່າວຄຳເຫັນປະກາດແຜນການດັ່ງກ່າວ, ທ່ານປະທານ EC, Ursula von der Leyen ກ່າວເຕື່ອນວ່າ ລະບົບເກົ່າ “ບໍ່ເຄື່ອນໄຫວອີກແລ້ວ”, ພ້ອມທັງຢືນຢັນວ່າ ແຜນການໃໝ່ຈະສ້າງກົນໄກເພື່ອເນລະເທດບັນດາຜູ້ເຂົ້າເມືອງທີ່ບໍ່ໄດ້ຮັບຖານະເປັນຜູ້ລີ້ໄພ.

          ສ່ວນທ່ານຄະນະກຳມະການເອີລົບ ຮັບຜິດຊອບບັນຫາບັນຫາພາຍໃນ Ylva Johansson ກໍ່ໃຫ້ຮູ້ວ່າ, ແຜນການດັ່ງກ່າວຈະຊ່ວຍໃຫ້ EU “ມີປະສິດທິຜົນກວ່າ” ໃນການເນລະເທດບັນດາຜູ້ເຂົ້າເມືອງຢ່າງຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ