EC ຮຽກຮ້ອງເຈລະຈາແກ້ໄຂສະພາບການຢູ່ Catalunya

(VOVWORLD) - ກ່າວຄຳເຫັນທີ່ວາລະປຶກສາຫາລືດ່ວນກ່ຽວກັບສະພາບການເຄັ່ງຕຶງປີນຂັ້ນໄດດ້ານການເມືອງຢູ່ Catalunya ຕໍ່ໜ້າລັດຖະສະພາ ເອີຣົບ (EC) ໃນວັນທີ 04 ຕຸລາ, ທ່ານຮອງປະທານ EC Frans Timmermans ຖືວ່າ:
EC ຮຽກຮ້ອງເຈລະຈາແກ້ໄຂສະພາບການຢູ່ Catalunya - ảnh 1ລັດຖະສະພາ ເອີຣົບ ພາບ: AFP/TTXVN)

ຮອດເວລາແລ້ວ ບັນດາຝ່າຍເຂົ້າຮ່ວມການເຈລະຈາ ເພື່ອຊອກຫາວິທີການແກ້ໄຂໃນຂອບເຂດລະບຽບລັດຖະທຳມະນູນ ແອັດສະປາຍ. EC ຮັກສາຫຼັກໝັ້ນ ແລະ ຖືວ່າ: ນີ້ແມ່ນບັນຫາພາຍໃນຂອງ ແອັດສະປາຍ ແລະ ຮຽກຮ້ອງບັນດາຝ່າຍຫັນປ່ຽນຈາກທ່າສູ້ຢັນກັນມາເປັນການເຈລະຈາ.

        ແລະກໍ່ໃນວັນດຽວກັນ, ລັດຖະບານ ແອັດສະປາຍ ໄດ້ປະຕິເສດຄຳຮຽກຮ້ອງຂອງຜູ້ວ່າການເຂດປົກຄອງດ້ວຍຕົນເອງ Catalunya ທ່ານ Carles Puigdemont ກ່ຽວກັບຝ່າຍທີ 3 ເຂົ້າຮ່ວມການໄກ່ເກ່ຍປອງດອງ ທີ່ກ່ຽວຂ້ອງເຖິງຄວາມຮຽກຮ້ອງຄວາມເປັນເອກະລາດຢ່າງຜິດກົດໝາຍຂອງເຂດນີ້. ຖະແຫຼງການຈາກຫ້ອງວ່າການລັດຖະບານ Mariano Rajoy ຢືນຢັນວ່າ ຈະບໍ່ມີການເຈລະຈາ ຈົນຮອດເວລາໃດເມື່ອ ຜູ້ວ່າການ Puigdemont ປະລະເຈດຈຳນົງຮຽກຮ້ອງຄວາມເອກະລາດ ທີ່ຖືກຖືວ່າແມ່ນຜິດກົດໝາຍຈາກຝ່າຍ Madrid.

ຕອບກັບ

ຂ່າວ/ບົດ​ອື່ນ