EC ແກ່ຍາວກຳນົດເວລາກ່າວເຕືອນບັດເຫຼືອງສຳລັບສິນໃນນ້ຳຂອງ ຫວຽດນາມ ຮອດເດືອນມັງກອນ ປີ 2019

(VOVWORLD) - ມີ 4 ໝວດບັນຫາຕົ້ນຕໍຕ້ອງໄດ້ຮັບການແກ້ໄຂ. ທີໜຶ່ງແມ່ນສືບຕໍ່ປະຕິບັດສຳເລັດກອບນິຕິກຳ ເພື່ອໃຫ້ພວກເຮົາປະຕິບັດສຳເລັດກອບນິຕິກຳໃນການຕ້ານການຂຸດຄົ້ນແບບຜິດກົດໝາຍ....

ຄະນະກຳມະການ ເອີລົບ (EC) ຫາກໍ່ປະກາດແກ່ຍາວກຳນົດເວລາກ່າວເຕືອນບັດເຫຼືອງສຳລັບສິນໃນນ້ຳຂອງ ຫວຽດນາມ ຮອດເດືອນມັງກອນ ປີ 2019 ແລະ ຍົກອອກຂໍ້ສະເໜີແນະ 39 ຂໍ້ເພື່ອແນໃສ່ຊ່ວຍໃຫ້ ຫວຽດນາມ ຜັນຂະຫຍາຍມີປະສິດທິຜົນກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ. ເພື່ອແນໃສ່ແກ້ໄຂບັນດາສິ່ງຄົງຄ້າງເພື່ອໃຫ້ EC ພິຈາລະນາລົບລ້າງບັດເຫຼືອງໃນໄລຍະຈະມາເຖິງ, ທ່ານ ຫງວຽນກວາງຮູ່ງ, ຮອງຫົວໜ້າກົມໃຫຍ່ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ໃຫ້ຮູ້ວ່າ:

        “ມີ 4 ໝວດບັນຫາຕົ້ນຕໍຕ້ອງໄດ້ຮັບການແກ້ໄຂ. ທີໜຶ່ງແມ່ນສືບຕໍ່ປະຕິບັດສຳເລັດກອບນິຕິກຳ ເພື່ອໃຫ້ພວກເຮົາປະຕິບັດສຳເລັດກອບນິຕິກຳໃນການຕ້ານການຂຸດຄົ້ນແບບຜິດກົດໝາຍ. ທີສອງແມ່ນສືບຕໍ່ຊີ້ນຳບັນດາທ້ອງຖິ່ນເພີ່ມທະວີວຽກງານຕິດຕາມກວດກາບັນດາກ່ຳປັ່ນຫາປາ ແລະ ຄວບຄຸມປະລິມານສິນໃນນ້ຳເຂົ້າທຽບທ່າ ກໍ່ຄືວຽກງານກວດກາຕົ້ນກຳເນີດສິນຄ້າ. ທີສາມ ແມ່ນການຄວບຄຸມບັນດາກ່ຳປັ່ນຂົນສົ່ງສິນຄ້າປະເພດສິນທະເລແຊ່ເຢັນເຂົ້າທຽບທ່າກ່ຳປັ່ນຂອງ ຫວຽດນາມ ແລະ ທີສີ່ ແມ່ນເພີ່ມທະວີການຄວບຄຸມ, ກວດກາ, ແກ້ໄຂສຳລັບບັນດາກໍລະນີກ່ຳປັ່ນຂຸດຄົ້ນ, ພິເສດແມ່ນແກ້ໄຂບັນດາກໍລະນີກ່ຳປັ່ນຫາປາທີ່ລະເມີດກົດໝາຍ.”

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ