EC ໃຫ້ສັດຕະຍາບັນ ບ້ວງເງິນໜູນຊ່ວຍທຳອິດ ໃຫ້ແກ່ ແອດສະປາຍ

EC ໃຫ້ສັດຕະຍາບັນ ບ້ວງເງິນໜູນຊ່ວຍທຳອິດ ໃຫ້ແກ່ ແອດສະປາຍ - ảnh 1
ພາບປະກອບ

(vovworld) – ວັນ​ທີ 27/6, ຄະນະ​ກຳມະການ​ເອີ​ລົບ (ຫຼື EC) ​ໄດ້​ຮັບຮອງ​ເອົາບ້ວງ​ເງິນ​ໜູນ​ຊ່ວຍ​ທຳ​ອິດ​ທີ່​ມີ​ມູນ​ຄ່າ 4,5 ຕື້ ​ເອີ​ໂຣ ​ໃຫ້​ແກ່ ​ແອດ​ສະ​ປາຍ ​ແລະ ບ້ວງ​ເງິນ​ຄ້ຳປະກັນ​ທີ່​ມີ​ມູນ​ຄ່າ 19 ຕື້ ​ເອີ​ໂຣ ຈາກ​ອຳນາດ​ການ​ປົກຄອງ Madrid ​ເພື່ອ​ແນ​ໃສ່​ສະໜອງ​ງົບປະມານ​ໃຫ້​ແກ່ສາຂາ​ທະນາຄານ Bankia ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ ກຸ່ມ​ບໍລິສັດ BFA ​ແອດ​ສະ​ປາຍ. ກ່ອນ​ໜ້ານັ້ນ, ບັນດາ​ລັດຖະມົນຕີການ​ເງິນ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣ (ຫຼື Eurozone) ຫາ​ກໍ​ຕົກລົງ​ສະຫງວນ​ບ້ວງ​ເງິນ​ຂຶ້ນ​ເຖິງ 100 ຕື້ ​ເອີ​ໂຣ ​ໃຫ້​ແກ່​ລັດຖະບານ ​ແອດ​ສະ​ປາຍ ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ທະນາຄານ​ປະ​ເທດ​ນີ້ຮັບ​ມື​ກັບບ້ວງ​ໜີ້​​ເສຍ ຍ້ອນ​ຜົນ​ສະທ້ອນ​ຈາກ ຟອງ​ສະດູ​ຂອງ​ທຸລະ​ກິດອະສັງ​ຫະລິ​ມະ​ຊັບ.

​ແລະ​ກໍ​ໃນ​ວັນ​ທີ 27/6, ກ່ອນ​ດຳ​ເນີນ​ກ​ອງປະຊຸມ​ສຸດ​ຍອດ​ສະຫະພາບ ​ເອີ​ລົບ (ຫຼື EU), ທ່ານນາຍົກລັດຖະມົນຕີ ​ແອດ​ສະ​ປາຍ Mariano Rajoy ​ໄດ້​ກ່າວ​ເຕືອນ Madrid ບໍ່​ສາ​ມາດກຸ້ມຕົນ​ເອງ​ດ້ານການ​ເງິນ​ໃນ​ໄລຍະ​ຍາວ ຖ້າ​ຫາກ​ຕ້ອງ​ຈ່າຍ​ດອກ​ເບ້ຍ​ສູງ​ຕາມ​ລະດັບ​ດອກ​ເບ້ຍ​ເຊິ່ງປະ​ເທດ​ນີ້​ຕ້ອງ​ປະຕິບັດ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ