ECB ຫຼຸດ​ດອກ​ເບ້ຍ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2019

(VOVWORLD) - ວັນທີ 6 ມິຖຸນາ, ທະນາຄານສູນກາງ ເອລົບ ໄດ້ຫຼຸດຜ່ອນດອກເບ້ຍຫຼັກຢ່າງເປັນທາງການ ລົງ 3,75% ສ້າງຂີດໝາຍການຫຼຸດດອກເບ້ຍຄັ້ງທຳອິດນັບແຕ່ປີ 2019. 
ECB ຫຼຸດ​ດອກ​ເບ້ຍ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2019 - ảnh 1ສຳນັກງານໃຫຍ່ ທະນາຄານສູນກາງ ເອີລົບ (ECB) ຢູ່ ເຢຍລະມັນ (ພາບ:AFP/TTXVN )

ນີ້ແມ່ນການກະທຳທີ່ເປັນໜ້າສົນໃຈ ໃນສະພາບການຄວາມກົດດັນໃນໄລຍະຍາວ ຈາກໄພເງິນເຟີ້ ຢູ່ພາກພື້ນນຳໃຊ້ສະກຸນເງິນ ເອີໂຣ ລວມມີ 20 ປະເທດ. ຕາມການຄາດຄະເນຂອງ ECB ແລ້ວ, ໄພເງິນເຟີ້ຂອງພາກພື້ນນີ້ ໃນປີ 2024 ແລະ 2025 ຈະສູງກ່ວາການຄາດຄະເນ, ຕາມລຳດັບແມ່ນບັນລຸ 2,5% ແລະ 2,2% ເພີ່ມຂຶ້ນເມື່ອທຽບໃສ່ກັບລະດັບ 2,3% ແລະ 2% ທີ່ໄດ້ຍົກອອກມາກ່ອນນັ້ນ.

ເຖິງຢ່າງໃດກໍ່ຕາມ, ECB ເນັ້ນໜັ້ກວ່າ ການຫຼຸດອັດຕາດອກເບ້ຍລົງ ແມ່ນມີຄວາມຈຳເປັນເພື່ອໜູນຊ່ວຍການເຕີບໂຕເສດຖະກິດ ແລະ ຮັບປະກັນວ່າ ໄພເງິນເຟີ້ ຈະໄດ້ຮັບການຮັກສາໃກ້ກັບເປົ້າໝາຍ 2%ຂອງທະນາຄານສູນກາງ. ສະພາບໍລິຫານ ECB ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ໂດຍອີງຕາມການອັບເດັດກ່ຽວກັບແງ່ຫວັງ ແລະ ບັນດາປັດໄຈມີຜົນສະທ້ອນເຖິງໄພເງິນເຟີ້ ກໍ່ຄືນະໂຍບາຍການເງິນ, ສະພາຖືວ່າ ຮອດເວລາຕ້ອງດັດປັບລະດັບຈຳກັດຂອງນະໂຍບາຍປີການເງິນພາຍຫຼັງ 9 ເດືອນຮັກສາດອກເບ້ຍເປັນປົກກະຕິແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ