ECB ຫຼຸດອັດ​ຕາດອກ​ເບ້ຍ​ຄັ້ງ​ທີ 2 ໃນ​ຮອບ​ເວ​ລາ 5 ປີ

(VOVWORLD) - ວັນທີ 12 ກັນຍາ, ທະນາຄານສູນກາງເອີລົບ (ECB) ໄດ້ປະກາດຫຼຸດອັດຕາດອກເບ້ຍຕື່ມອີກ ຈາກ 0,25 ສຸດສ່ວນນ້ອຍ ລົງເຫຼືອ 3,5%.
ECB ຫຼຸດອັດ​ຕາດອກ​ເບ້ຍ​ຄັ້ງ​ທີ 2 ໃນ​ຮອບ​ເວ​ລາ 5 ປີ - ảnh 1ສຳນັກງານໃຫຍ່ ທະນາຄານສູນກາງເອີລົບ (ECB)  (ພາບ: AFP/TTXVN)

ນີ້ແມ່ນຄັ້ງທີ 2 ໃນຮອບເວລາ 5ປີຜ່ານມາ, ນັບແຕ່ປີ 2019, ECB ຕັດສິນໃຈຫຼຸດດອກເບ້ຍລົງພາຍຫຼັງຜັນຂະຫຍາຍຍຸດທະສາດເພີ່ມອັດຕາດອກເບ້ຍຢ່າງຂ້ຽວຂາດນັບແຕ່ປີ 2022 ເພື່ອຕ້ານຄືນການເພີ່ມລາຄາຢ່າງແຮງ ໃນໄລຍະປະມານ 4 ທົດສະວັດຜ່ານມາ. ກ່ອນໜ້ານັ້ນ, ຕົ້ນເດືອນມິຖຸນາຜ່ານມາ, ECB ໄດ້ຫຼຸດອັດຕາດອກເບ້ຍລົງເຫຼືອ 3,75%. ບັນດາສັນຍານນີ້ສະແດງໃຫ້ເຫັນວ່າ ໄພເງິນເຟີ້ພວມມີທ່າຫຼຸດລົງຢ່າງແຮງ ເຊິ່ງໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດາຜູ້ວາງແຜນນະໂຍບາຍໃນການສືບຕໍ່ຫຼຸດອັດຕາດອກເບ້ຍລົງ. ສະພາຜູ້ວ່າການ ECB ຕ້ອງຮັກສາຄວາມດຸ່ນດ່ຽງລະຫວ່າງບັນດາຄວາມວິຕົກກັງວົນກ່ຽວກັບແງ່ຫວັງໃນການເຕີບໂຕທີ່ເປັນໜ້າຜິດຫວັງກັບຄວາມຕ້ອງການເພື່ອຮັບປະກັນວ່າໄພເງິນເຟີ້ໄດ້ຮັກສາຢູ່ລະດັບ 2% ໂດຍທະນາຄານ ECB ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ