ECB ເພີ່​ມດອກ​ເບ້ຍ​ຂຶ້ນສູ່​ລະ​ດັບ​ສູງ​ທີ່​ສຸດ​ນັບ​ແຕ່​ທ້າຍ​ປີ 2008

(VOVWORLD) -ທະນາຄານສູນກາງເອີລົບ (ECB) ມີສຳນັກງານຢູ່ນະຄອນ Frankfurt/Main ປະເທດ ເຢຍລະມັນ ໃນວັນທີ 16 ມີນາ ໄດ້ເພີ່ມອັດຕາດອກເບ້ຍຕື່ມອີກ 50 (0,5%) ຢູ່ເຂດນຳໃຊ້ສະກຸນເງິນ ເອີໂຣ(Eurozone) ເພື່ອແນໃສ່ຄວບຄຸມໄພເງິນເຟີ້. ນີ້ແມ່ນອັດຕາ ດອກເບ້ຍສູງທີ່ສຸດຂອງ ECB ນັບແຕ່ທ້າຍປີ 2008.
ECB ເພີ່​ມດອກ​ເບ້ຍ​ຂຶ້ນສູ່​ລະ​ດັບ​ສູງ​ທີ່​ສຸດ​ນັບ​ແຕ່​ທ້າຍ​ປີ 2008 - ảnh 1ເງິນເອີໂຣ (ພາບ:  AFP/TTXVN)

ຕາມຂໍ້ຕົກລົງຂອງ ECB ແລ້ວ, ອັດຕາດອກເບ້ຍສະໜອງທຶນຫຼັກແຫຼ່ງຄືນຈະເພີ່ມຂຶ້ນ 3,5%, ດອກເບ້ຍໃຫ້ກູ້ຢຶມທີ່ມີການດັດປັບເລກໜ້ອຍເພີ່ມຂຶ້ນ 3,75%, ດອກເບ້ຍເງິນຝາກມື້ຕໍ່ມື້ເພີ່ມຂຶ້ນ 3%. ບັນດາອັດຕາດອກເບ້ຍໃໝ່ຈະມີຜົນສັກສິດແຕ່ວັນທີ 22 ມີນາເປັນຕົ້ນໄປ. ຂໍ້ຕົກລົງນີ້ຂອງ ECB ນີ້ໄດ້ຮັບຄວາມຕັ້ງຫວັງຈາກວົງການນັກວິຊາການ ແລະ ນັກລົງທຶນເກືອບທັງໝົດ.

ດ້ວຍຂໍ້ຕົກລົງສືບຕໍ່ເພີ່ມດອກເບ້ຍຂຶຶ້ນ, ECB ພວມມານະພະຍາຍາມຮັບມືກັບສະພາບການໄພເງິນເຟີ້ຂຶ້ນສູງຢູ່ເຂດ Eurozone, ທຶນຂຶ້ນເປັນລະດັບ 8,5% ໃນເດືອນກຸມພາ 2023 ພາຍຫຼັງຂຶ້ນທີ່ເຖິງລະດັບ 8,6%ໃນເດືອນກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ