ECBຖະແຫຼງຈະນຳໃຊ້ທຸກມາດຕະການເພື່ອຮັບມືກັບວິກິດການຢູ່ເກຼັກ

ECBຖະແຫຼງຈະນຳໃຊ້ທຸກມາດຕະການເພື່ອຮັບມືກັບວິກິດການຢູ່ເກຼັກ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 8/7, ທ່ານ Ignazio Visco, ສະ​ມາ​ຊິກ​ຂອງ​ສະ​ພາ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ເອີ​ລ​ົບ (ECB) ໃຫ້​ຮູ້​ວ່າ: ທະ​ນາ​ຄານີ້ ກຽມ​ພ້ອມ​ນຳ​ໃຊ້​ທຸກໆ​ມາດ​ຕະ​ການ​ທີ່​ມີ​ຢູ່​ແລ້ວ​ໃນ​ປະ​ຈຸ​ບັນ​ເພື່ອ​ສະ​ກັດ​ກັ້ນ​ທຸກ​ຜົນ​ກະ​ທົບ​ທີ່ບໍ່​ດີກ່ຽວ​ກັບ​ດ້ານ​ການ​ເງິນ​ໃນ​ວິ​ກິດ​ການ​ໜີ້​ສິນ​ຂອງ ເກຼັກ. ທ່ານ Visco ຖື​ວ່າ: ແງ່​ຫວັງ​​ຂອງການ​ເຈ​ລະ​ຈາ​ລະ​ຫວ່າງ ເກຼັກ ແລະ ບັນ​ດາ​ເຈົ້າ​ໜີ້​ສາ​ກົນ “​ແມ່ນບໍ່​ແນ່ນອນ” ພາຍຫຼັງ​ການ​ເຈ​ລະ​ຈາ​ຢູ່ ບ​ຣຸກ​ແຊນ (ປະ​ເທດ ແບນ​ຊິກ) ໃນ​ວັນ​ທີ 7/7. ຕາມ​ທ່ານ​ແລ້ວ, ECB ບໍ່​ສາ​ມາດ​ສືບ​ຕໍ່​ສະ​ໜອງ​ສິນ​ເຊື່ອ​ຊຳ​ລະ​ໃຫ້​ບັນ​ດາ​ທະ​ນາ​ຄານ ເກຼັກ ອີກ ຖ​້າ​ຫາກບໍ່​ມີ​ຄວາມ​ຄືບ​ໜ້າ​ກ່ຽວຂ້ອງເຖິງ​ຂໍ້​ຕົກ​ລົງ​ປະ​ຕິ​ຮູບ​ຂອງ ອາ​ແທນ ກັບ​ບັນ​ດາ​ເຈົ້າ​ໜີ້. ທ່ານ​ກໍ​ຖື​ວ່າ​​ເລື່ອງ ເກຼັກ ຕ້ອງ​ອອກ​ຈາກ Eurozone ​ພຽງ​ແຕ່ກໍ່​ໃຫ້​ເກີດ​ບັນ​ດາ​ຜົນ​ສະ​ທ້ອນ​ໂດຍ​ກົງ​ບໍ່ຫຼາຍ​ເຖິງ​ພາກ​ພື້ນນີ້ເທົ່າ​ນັ້ນ.

 


ຂ່າວ/ບົດ​ອື່ນ