ECOWAS ຈັດ​ວາງ​ກຳ​ລັງ​ສຳ​ຮອງ​ໃນ​ສະ​ພາບ​ການ​ກຽມ​ພ້ອມ​ການແຊກ​ແຊງ​ເຂົ້າ ນີ​ເຊ

(VOVWORLD) - ປະຊາຄົມເສດຖະກິດ ອາບຟຼິກກາຕາເວັນຕົກ (ECOWAS) ໄດ້ຈັດວາງກຳລັງສຳຮອງຂອງຕົນ ໃນສະພາບການກຽມພ້ອມການແຊກແຊງ ເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນຢູ່ ສ.ນີເຊ.
ECOWAS ຈັດ​ວາງ​ກຳ​ລັງ​ສຳ​ຮອງ​ໃນ​ສະ​ພາບ​ການ​ກຽມ​ພ້ອມ​ການແຊກ​ແຊງ​ເຂົ້າ ນີ​ເຊ - ảnh 1ກອງປະຊຸມ ຜູ້ບັນຊາຫານໃຫຍ່ການປ້ອງກັນປະເທດ ຂອງບັນດາປະເທດສະມາຊິກປະຊາຄົມເສດຖະກິດ ອາບຟຼິກກາຕາເວັນຕົກ ກ່ຽວກັບ ສະພາບການຢູ່ ນີເຊ(ພາບ: AFP/TTXVN)

ທ່ານ Omar Alieu Touray ປະທານຄະນະກຳມະການ ECOWAS ໄດ້ອ່ານມະຕິວ່າດ້ວຍການລັດຖະປະຫານຢູ່ ນີເຊ ທີ່ກອງປະຊຸມວິສາມັນ ທີ່ໄດ້ຈັດຂຶ້ນໃນວັນທີ 10 ສິງຫາ ຂອງ ECOWA ຢູ່ Abuja, ນະຄອນຫຼວງຂອງ ນີເຊ, ໃນນັ້ນໄດ້ເຕື້ອງເລື່ອງ ທ່ານຫົວໜ້າກອງເສນາທິຫານໃຫຍ່ການປ້ອງກັນຊາດ ເລີ່ມຈັດສົ່ງທຸກພາກສ່ວນ ຂອງກຳລັງສຳຮອງ ECOWAS, ເຖິງຢ່າງໃດກໍ່ຕາມ ທ່ານກໍ່ເນັ້ນໜັກວ່າຈະສືບຕໍ່ຄຳໝັ້ນສັນຍາຟື້ນຟູຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນ ຜ່ານສັນຕິວິທີ. ກ່ອນໜ້ານັ້ນ, ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານປະທານາທິບໍດີ ນີເຊ ແລະ ທ່ານ Bola Tinubu ປະທານ ECOWA ກໍ່ໄດ້ຢັ້ງຢືນວ່າ ການນຳບັນດາປະເທດ ອາບຟຼິກກາຕາເວັນຕົກ ຕ້ອງນຳໃຊ້ທຸກມາດຕະການທາງການທູດເພື່ອຮັບປະກັນການສ້າງຄວາມເປັນລະບຽບຮຽບຮ້ອຍດ້ານລັດຖະທຳມະນູນຢູ່ ນີເຊ, ຖືນີ້ແມ່ນທິດທາງ ແລະ ວິທີການສຳຜັດໂດຍພື້ນຖານຂອງ ECOSWAS.

ຕອບກັບ

ຂ່າວ/ບົດ​ອື່ນ