ECOWAS ຊອກຫາມາດຕະການແກ້ໄຂໃຫ້ແກ່ວິກິດການ

(VOVWORLD) - ອົງການນີ້ໄດ້ຍົກເລີກບັນດາມາດຕະການລົງໂທດ ນີເຊ
ECOWAS ຊອກຫາມາດຕະການແກ້ໄຂໃຫ້ແກ່ວິກິດການ - ảnh 1ການນຳບັນດາ ECOWAS ຊອກຫາມາດຕະການແກ້ໄຂໃຫ້ແກ່ວິກິດການ
(ພາບປະກອບ: AFP/TTXVN)

ການນຳບັນດາປະເທດສະມາຊິກປະຊາຄົມເສດຖະກິດ ອາຟະລິກາຕາເວັນຕົກ (ECOWAS) ໄດ້ຈັດກອງປະຊຸມລັບຢູ່ ນີເຊ ໃນວັນທີ 24 ກຸມພາ, ເພື່ອຊອກຫາມາດຕະການແກ້ໄຂວິກິດການດ້ານການເມືອງໃນປະຈຸບັນ.

ທ່ານ Omar Touray ປະທານ ECOWAS, ໃຫ້ຮູ້ວ່າ, ອົງການນີ້ໄດ້ຍົກເລີກບັນດາມາດຕະການລົງໂທດ ນີເຊ; ພ້ອມທັງຢຸດຕິໃນທັນທີການປິດລ້ອມດ່ານຊາຍແດນ, ປິດລ້ອມທະນາຄານສູນກາງ ແລະ ສັບຊິນຂອງລັດ ກໍຄືຢຸດຕິການແລກປ່ຽນການຄ້າກັບ ມາລີ. ຂໍ້ຕົກລົງຂອງ ECOWAS ໄດ້ຍົກອອກມາໃນສະພາບປະຊາຄົມນີ້ ພວມປະເຊີນໜ້າກັບວິກິດການດ້ານການເມືອງຢ່າງຮ້າຍແຮງ, ເມື່ອຫຼາຍປະເທດຢູ່ພາກພື້ນເກີດການກໍລັດຖະປະຫານ ແລະ ຫວ່າງມໍ່ໆມານີ້ ແມ່ນຖະແຫຼງການຖອນຕົວອອກຈາສະຫະພັນ 15 ປະເທດສະມາຊິກນີ້ຂອງ ນີເຊ, ບູກີນາຟາໂຊ ແລະ ມາລີ. ນີ້ກໍ່ແມ່ນ 3 ປະເທດສະມາຊິກກໍ່ຕັ້ງ ECOWAS.

ຕອບກັບ

ຂ່າວ/ບົດ​ອື່ນ