ECOWAS ຮັບ​ຮອງ​ເອົາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຕໍ່ ມາ​ລີ

(VOVWORLD) -ບັນດາມາດຕະການລົງໂທດຕ່າງໆລວມມີ ການປິດດ່ານຊາຍແດນທາງບົກ ແລະ ນ່ານຟ້າ ລະຫວ່າງ ບັນດາປະເທດ ECOWAS ແລະ ມາລີ, ຢຸດການແລກປ່ຽນດ້ານການເງິນ ແລະ ເສດຖະກິດ ລະຫວ່າງບັນດາປະເທດ ECOWAS ແລະ ມາລີ ທັງໝົດ, ຍົກເວັ້ນບັນດາສິນຄ້າໃຊ້ສອຍທີ່ຈຳເປັນ.
ECOWAS ຮັບ​ຮອງ​ເອົາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຕໍ່ ມາ​ລີ - ảnh 1ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ມາລີ Abdoulaye Diop (ພາບ: AFP/TTXVN)

ວັນທີ 9 ມັງກອນ, ການນຳປະຊາຄົມເສດຖະກິດອາຟຼິກາຕາເວັນຕົກ (ECOWAS) ປະກາດກ່ຽວກັບການຈັດວາງບັນດາມາດຖະການລົງໂທດຢ່າງເຄັ່ງຄັດກ່ວາ ຕໍ່ມາລີ. ກ່ອນໜ້ານັ້ນ, ບັນດາການນຳ ECOWAS ໄດ້ປະຊຸມເປັນກຸ່ມ ຢູ່ກອງປະຊຸມວິສາມັນ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ມາລີ. ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ECOWAS ໃຫ້ຮູ້ວ່າ ບັນດາປະເທດສະມາຊິກຂອງ ອົງການນີ້ ຈະຖອນຕົວເອກອັກຄະລັດຖະທູດ ຂອງເຂົາເຈົ້າກັບເມືອປະເທດໂດຍທັນທີ.

ບັນດາມາດຕະການລົງໂທດຕ່າງໆລວມມີ ການປິດດ່ານຊາຍແດນທາງບົກ ແລະ ນ່ານຟ້າ ລະຫວ່າງ ບັນດາປະເທດ ECOWAS ແລະ ມາລີ, ຢຸດການແລກປ່ຽນດ້ານການເງິນ ແລະ ເສດຖະກິດ ລະຫວ່າງບັນດາປະເທດ ECOWAS ແລະ ມາລີ ທັງໝົດ, ຍົກເວັ້ນບັນດາສິນຄ້າໃຊ້ສອຍທີ່ຈຳເປັນ. ECOWAS ໄດ້ຊີ້ນຳໃຫ້ທຸກອົງການທີ່ຂຶ້ນກັບປະຊາຄົມນີ້ ປະຕິບັດບັນດາບາດກ້າວ ເພື່ອປະຕິບັດບັນດາຄຳສັ່ງລົງໂທດ ທີ່ມີຜົນສັກສິດໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ